( vovworld ) – ພິທີມອບລາງວັນ ແລະ ສະແດງບັນດາບົດປະພັນໄດ້ຮັບລາງວັນໃນການເສັງທີ່ມີຊື່ວ່າ “ທະເລຫວຽດນາມ“ ໂດຍສະມາຄົມນັກດົນຕີຫວຽດນາມ, ສະມາຄົມນັກປະພັນຫວຽດນາມ ສົມທົບກັນຈັດຂຶ້ນ ໄດ້ດຳເນີນໄປໃນຕອນຄ່ຳວັນທີ 19/2 ຢູ່ຫໍວັດທະນະທຳມິດຕະພາບຮ່າໂນ້ຍ. ການເສັງຊອກຮູ້ໄດ້ຮັບບົດກະວີກວ່າ 1000 ບົດ ແລະ ບົດເພງກ່ວາ 400 ບົດ ໃນໄລຍະແຕ່ວັນທີ 15/8-15/12/2011. ບັນດາບົດປະພັນເຂົ້າຮ່ວມການເສັງຊອກຮູ້ໄດ້ສ່ອງແສງເນື້ອໃນທີ່ອຸດົມສົມບູນ, ຫຼາບຍຮູບຫຼາຍແບບ ກ່ຽວກັບຫົວເລື່ອງໝູ່ເກາະທະເລ ຊື່ງສະແດງໃຫ້ເຫັນຄວາມຮັກ, ຄວາມເອກອ້າງທະນົງໃຈທີ່ມີຕໍ່ທຳມະຊາດ, ຕໍ່ເຂດໝູ່ເກາະທະເລຫວຽດນາມ, ຄວາມຮັກຊາດ, ພ້ອມກັບຄວາມມຸ້ງຫວັງສັນຕິພາບຂອງປະຊາຊົນຫວຽດນາມ.