ພິທີລະນຶກ 20 ປີ ແຫ່ງວັນສ້າງຕັ້ງແຂວງ Ninh Binh

ພິທີລະນຶກ 20 ປີ ແຫ່ງວັນສ້າງຕັ້ງແຂວງ Ninh Binh - ảnh 1
ພິທີລະ​ນຶກ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ​ Ninh Binh.
ພາບ: thutuong.chinhphu.vn

(vovworld) - ຕອນ​ເຊົ້າ​ວັນ​ທີ  30/3 ​ແຂວງ Ninh Binh ​ໄດ້​ຈັດ​ຕັ້ງພິທີລະ​ນຶກ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ​ແລະ 5 ​ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ນະຄອນ Ninh Binh.​ ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາ​ຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ບັນລຸ​ໄດ້​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ Ninh Binh  ພ້ອມ​ທັງ​ສະ​ເຫ​ນີ​ໃຫ້​ແຂວງ Ninh Binh  ຈົ່ງ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຢ່າງ​ມີ​ປະສິດທິ​ຜົນ.

        “​ແຂວງ Ninh Binh  ຄວນ​ເສີມ​ຂະຫຍາຍ​ຈິດ​ໃຈ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ​ເສີມ​ຂະຫຍາຍ​ທຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ, ລະດົມ ​ແລະ ນຳ​ໃຊ້​ບັນດາ​ແຫ​ລ່ງກຳລັງ​ຢູ່​ພາຍ​ໃນ​ແຂວງ ​ແລະ ນອກ​ແຂວງ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ,​ ຮອບດ້ານ,​​ ໝັ້ນຄົງ. ສືບ​ຕໍ່​ຍູ້​ແຮງ​ການ​ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ທັນ​ສະ​ໄຫມ ​ແລະ ມີ​ປະສິດທິ​ຜົນ​ກວ່າບົນ​ພື້ນຖານ​ນຳ​ໃຊ້​ຄວາມ​ກ້າວຫນ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ ສ້າງ​ເປັນ​ຜະລິດ​ຕະພັນ​ທີ່​ມີ​ມູນ​ຄ່າ​ສູງ, ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຊອກ​ຫາ​ຕະຫລາດ​ເພື່ອ​ເປີດ​ກວ້າງ​ການ​ສົ່ງ​ອອກ. ນອກ​ນັ້ນ​ແຂວງ Ninh Binh   ຄວນ​ພັດທະນາ​ການທ່ອງທ່ຽວ​ທັດສະນີ​ຍະ​ພາບ, ວັດທະນະທຳ​ ປະຫວັດສາດ​ເພື່ອ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ສູນ​ທ່ອງ​ທ່ຽວ​ຈຸດ​ສຸມ​ຂອງ​ຊາດ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ