ພິທີສະເຫຼີມສະຫຼອງ 95 ປີແຫ່ງວັນ ການປະຕິວັດເດືອນ ຕຸລາລັດເຊຍ
ທ່ານ V.I.Lenin ໄດ້ນຳພາການປະຕິວັດເດືອນ ຕຸລາລັດເຊຍສຳເລັດຜົນ
(ພາບ : internet)
|
Vovworld- ຕອນເຊົ້າວັນທີ 6/11, ຢູ່ນະຄອນໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິນມິນ ແລະ ສະມາຄົມມິດຕະພາບຫວຽດນາມ-ລັດເຊຍນະຄອນ ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ(7/11/1917 – 7/11/2012) . ທີ່ ພິທີສະເຫຼີມສະຫຼອງ, ບັນດາຜູ້ເຂົ້າຮ່ວມໄດ້ທົບທວນຄືນເຫດການປະຫວັດສາດທີ່ເຮັດໃຫ້ໂລກສັ່ນສະເທືອນ ກ່ອນນີ້ 95 ປີຢູ່ປະເທດລັດເຊຍ. ສຳລັບຫວຽດນາມ, ວັນການປະຕິວັດເດືອນຕຸລາລັດເຊຍແມ່ນມີຄວາມໝາຍພິເສດ, ສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງການປະຕິວັດປົດປ່ອຍຊາດ ແລະ ການພັດທະນາຂອງຫວຽດນາມ. ນີ້ກໍແມ່ນພື້ນຖານຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນປະເສດເລີດລ້ຳລະຫວ່າງ 2 ຊາດຫວຽດນາມ-ລັດເຊຍ. ກ່າວຄຳເຫັນທີ່ ພິທີສະເຫຼີມສະຫຼອງ, ທ່ານ Anatoly Vassilievich Borovik ຫົວໜ້າກອງສູນໃຫຍ່ລັດເຊຍປະຈຳນະຄອນໂຮ່ຈິມິນ ເນັ້ນໜັກວ່າ :
“ ສິ່ງທີ່ສຳຄັນ, ແມ່ນເຖິງວ່າມີການປ່ຽນແປງຢ່າງໃຫຍ່ຫຼວງໃນບັນດາຂົງເຂດທີ່ແຕກຕ່າງກັນລະຫວ່າງ 2 ປະເທດໃນໄລຍະ 10 ປີມໍ່ມານີ້ກໍຕາມ, ແຕ່ພວກເຮົາຍັງຄົງສາມາດຮັກສາ ແລະ ປັບປຸງສາຍພົວພັນທີ່ເປັນມູນເຊື້ອ, ນ້ຳໃຈມິດຕະພາບຖານອ້າຍນ້ອງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົາໃຈຊຶ່ງກັນ ແລະ ກັນ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ລັດເຊຍ. ການສົນທະນາຫາລືດ້ານການເມືອງທີ່ເຕັມໄປດ້ວຍ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງຂອງ 2 ປະເທດ ແມ່ນປັດໄຈທີ່ສຳຄັນເພື່ອຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ ”