ພິທີອາໄລຫາວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ ວັນເສົາ ທີ 10 ມີນາ ຄ.ສ. 2012 | 16:28:43 ພິທີອາໄລຫາຢູ່ ຮ່າໂນ້ຍ ( vovworld ) – ຕອນຄ່ຳວັນທີ 9/3, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ໄດ້ຈັດພິທີອາໄລຫາວັນເກີດເຫດແຜ່ນດິນໄຫວຢູ່ທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ ຄົບຮອບ 1 ປີ. ນັ້ນແມ່ນເຫດແຜ່ນດິນໄຫວທີ່ມີຂອບຂະໜາດໃຫ່ຍກ່ວາໝູ່ໃນປະຫວັດສາດ ເກີດຂຶ້ນເມື່ອວັນທີ 11/3/2011 ຊື່ງໄດ້ກໍ່ຄື້ນຍັກທີ່ຮ້າຍແຮງ ແລະ ເຮັດໃຫ້ 15.000 ຄົນເສຍຊີວິດ ແລະ ມາຮອດປະຈຸບັນຍັງມີ 3000 ຄົນຖືກຫາຍສາບສູນ. ກ່າວຄຳເຫັນທີ່ພິທີ, ທ່ານ Yasuaki Tanizaki ເອກອັກຄະລັກຖະທູດວິສາມັນຜູ້ມີອຳນາດເຕັ່ມແຫ່ງປະເທດຍີ່ປຸ່ນ ປະຈຳຫວຽດນາມ ເນັ້ນໜັກວ່າ: ນັ້ນແມ່ນໄພພິບັດທີ່ໂສກເສົ້າທີ່ສຸດຊື່ງປະຊາຊົນຍີ່ປຸ່ນຕ້ອງຮັບ. ແຕ່ເຖິງແນວນັ້ນກໍຕາມ, ໃນຈຸດເວລານັ້ນ, ຍີ່ປຸ່ນ ກໍໄດ້ຮັບບັນດາຄວາມແບ່ງປັນ, ໜູນຊ່ວຍທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຫວຽດນາມ ແລະ ປະເທດຕ່າງໆໃນໂລກ. ທ່ານເອກອັກຄະລັດຖະທູດ Yasuaki Tanizaki ຢືນຢັນວ່າ ປະຊາຊົນຍີ່ປຸ່ນຍາມໃດກໍຈົດຈຳ ແລະ ຮູ້ບຸນຄຸນອັນເລິກເຊີ່ງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ໃນນັ້ນມີຫວຽດນາມ, ນັ້ນແມ່ນແຫຼ່ງລະດົມກຳລັງໃຈທີ່ໃຫ່ຍຫຼວງ ຊ່ວຍໃຫ້ຍີ່ປຸ່ນຟື້ນຕົວຢ່າງໄວວາເພື່ອສືບຕໍ່ພັດທະນາ. ເນື່ອງໃນໂອກາດນີ້, ວັນທີ 10/3, ຢູ່ຫໍສະໝຸດແຫ່ງຊາດ, ສູນພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນ ຢູ່ຫວຽດນາມ ໄດ້ຈັດການສາຍຟິມເອກະສານ ແລະ ບັນລະຍາຍ “ຄວາມຊົງຈຳກ່ຽວກັບເຫດແຜ່ນດິນໄຫວຂະໜາດໃຫ່ຍຢູ່ທາງທິດຕາເວັນອອກຍີ່ປຸ່ນ“ ເພື່ອແນໃສ່ສະໜອງບັນດາຂໍ້ມູນຂ່າວກ່ຽວກັບສະພາບການປະຈຸບັນ ແລະການຟື້ນຕົວຂອງບັນດາເຂດຖືກຜົນສະທ້ອນ. Tag ຄົບຮອບ 1 ປີ ຂ່າວ/ບົດອື່ນ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບວິສາຫະກິດ ອຽກລັງ ເດັດດຽວຄັດຄ້ານການປະພຶດທີ່ຮຸນແຮງຂອງກຳລັງປະຕິບັດກົດໝາຍ ຈີນ ຕໍ່ກັບຊາວປະມົງ ຫວຽດນາມ EU ແລະ ລາຊະອານາຈັກ ອັງກິດ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ຄວາມເຄັ່ງຕຶງ ເຮໂບລາ - ອິດສະຣາແອັນ: ອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກາດຄັ້ງໃໝ່ເລັ່ງໃສ່ໃຈກາງນະຄອນຫຼວງ Beirut ຂອງ ລີບັງ
ເດັດດຽວຄັດຄ້ານການປະພຶດທີ່ຮຸນແຮງຂອງກຳລັງປະຕິບັດກົດໝາຍ ຈີນ ຕໍ່ກັບຊາວປະມົງ ຫວຽດນາມ
ຄວາມເຄັ່ງຕຶງ ເຮໂບລາ - ອິດສະຣາແອັນ: ອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກາດຄັ້ງໃໝ່ເລັ່ງໃສ່ໃຈກາງນະຄອນຫຼວງ Beirut ຂອງ ລີບັງ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ