ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຕ້ອງນຳໜ້າໃນການກໍ່ສ້າງປະເທດຊາດເລີ່ມດຳເນີນອາຊີບ

ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຕ້ອງນຳໜ້າໃນການກໍ່ສ້າງປະເທດຊາດເລີ່ມດຳເນີນອາຊີບ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ເຮັດ​ວຽກ​ກັບ​ການ​ນຳ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/10, ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢັ້ງ​ຢືນ​ວ່າ: ການ​ສຶກ​ສາ, ບ​ຳ​ລຸງ​ສ້າງ​ຍາມ​ໃດ​ກໍ່​ແມ່ນ​ຂົງ​ເຂດ​ມ​ີ​ຄວາມ​ສຳ​ຄັນ​ພິ​ເສດ, ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ​, ໄດ້​ຮັບ​ການ​ບຸ​ລິ​ມະ​ສິດ​ລົງ​ທຶນ, ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລ​າ​ຄ​າ​ໃນ​ໄລ​ຍະ​ຜ່ານ​ມາ, ດ້ວຍ​ບັນ​ຫາ​ຄວາມມາ​ນະ​ພະ​ຍາ​ຍາມຢ່າງ​ກະ​ໂດດ​ຂັ້ນ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ໄດ້​ຢັ້ງ​ຢ​ືນ​ທີ່​ຕັ້ງ​ບົດ​ບາດ​ແມ່ນ​ຮ​າກ​ຖານ​ບຳ​ລຸງ​ສ້າງ​ນຳ​ໜ້າ​ໃນ​ລະ​ບົບ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ:

       “​ໜຶ່ງໃນ​ບັນ​ດາ​ໄມ້​ວັດ​ແທກ​ໃນ​ການ​ບຳ​ລຸງ​ສ້າງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາ​ດ​ແມ່ນ​ມີ​ນັກ​ສຶກ​ສາ​ຫຼາຍ​ຄົນເລີ່ມ​ດຳ​ເນີນ​ອາ​ຊີບ​ດີ​ເດັ່ນ ຫາກບໍ່​ແມ່ນ​ວ່າ​ມີ​ນັກ​ສຶກ​ສາ​ຫຼາຍໃດ​ຄົນ​ໄດ້​​ມີ​ວຽກເຮັດ​ງານ​ທຳ. ວຽກ​ເຮັດ​ງານ​ທຳ​ແມ່ນ​ບັນ​ຫາ​ສຳ​ຄັນ, ແຕ່​ການ​ເລີ່ມ​ດຳ​ເນີນ​ອາ​ຊີບກໍ່​ແມ່ນ​ບັນ​ຫາ​ສຳ​ຄັນ. ສິ່ງ​ດັ່ງ​ກ່າວ​ໄດ້​​ສ​້າງ​ອິດ​ທິ​ພົນ​ຊື່​ສຽງ​ໃຫ້​ແກ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດງ​ດັງ. ”


ຂ່າວ/ບົດ​ອື່ນ