ລັດຖະບານຊົ່ວຄາວ ຢູແກຼນ ປະກາດ ກຽມພ້ອມເຈລະຈາເພື່ອ ແກ້ໄຂວິກິດການ

ລັດຖະບານຊົ່ວຄາວ ຢູແກຼນ ປະກາດ ກຽມພ້ອມເຈລະຈາເພື່ອ ແກ້ໄຂວິກິດການ - ảnh 1
ອຳ​ນາດ​ການ​ປົກ​ຄອງ​ກຽມ​ພ້ອມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ
 ແລະ ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຝ່າຍຕ່າງໆແນ​ໃສ່​ແກ້​ໄຂວິ​ກິດ​ການ​ຢູ່​ປະ​ເທດນີ້
(ພາບ: AFP/TTXVN)


(vovworld) - ວັນ​ທີ 15/5, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໂຕະ​ມົນເປັນເອ​ກະ​ພາບ​ປະ​ເທດ​ຊາດ​ຢູ່​ນະ​ຄອນຫຼວງ Kiev, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ ຢູແກ​ຼນ Oleksandr Turchynov ນັ້ນ​ໜັກ​ວ່າ​ອຳ​ນາດ​ການ​ປົກ​ຄອງ​ກຽມ​ພ້ອມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ແລະ ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຝ່າຍຕ່າງໆແນ​ໃສ່​ແກ້​ໄຂວິ​ກິດ​ການ​ຢູ່​ປະ​ເທດນີ້. ຕາມ​ທ່ານ Oleksandr Turchynov ແລ້​ວ, ລັດ​ຖະ​ບານ​ຊົ່ວ​ຄາວ ແລະ ສະ​ພາ​ແຫ່ງ​ຊາດ​ປະ​ເທດນີ້​ກຽມ​ພ້ອມ​ປະ​ຕິ​ບັດ​ບັນ​ດາ​ການ​ປ່ຽນ​ແປງ​​ທີ່ມີລັກ​ສະ​ນະ​​ລະ​ບົບ​ໃນ​ລະ​ບົບ​ອຳ​ນາດ​ການ​ປົກ​ຄອງ ແລະ ຊີ້​ແຈ້ງວ່າ​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈະ​ເດັດ​ດ່ຽວກີດ​ຂວາງ​ລັດ​ທິກໍ່​ການ​ຮ້າຍ, ທ່ານ​ກໍ່​ໄດ້ຢືນ​ຢັນ​ວ່າ​ບັນ​ດາ​ເປົ້າ​ໝາຍ​ທີ່ລະ​ເມີດ​ກົດ​ໝາຍ​ຈະ​ຖືກ​ລົງ​ໂທດ​ຢ່າງເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ