( vovworld ) - ວັນທີ 5/7, ຢູ່ສູນກອງປະຊຸມແຫ່ງຊາດຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີປະຈຳສຳນັກງານປະທານາທິບໍດີ ສ.ໂດມີນີກາ Miguel Mejia ຢູ່ນອກໄວທີປາໄສຫວຽດນາມ - ອາເມລິກາລາຕີນກ່ຽວກັບການຄ້າ ແລະ ການລົງທຶນ ( 5 - 7/7/2012 ). ທ່ີການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ໄດ້ຕີລາຄາສູງເລື່ອງທ່ານລັດຖະມົນຕີ Miguel Mejia ນຳໜ້າຄະນະຜູ້ແທນຂັ້ນສູງຂອງລັດຖະບານ ສ.ໂດມີນີກາ ມາຫວຽດນາມ ເຂົ້າຮ່ວມເວທີປາໄສຫວຽດນາມ - ອາເມລິການລາຕີນ ກ່ຽວກັບການຄ້າ ແລະ ການລົງທຶນ ແລະ ມີການປະກອບສ່ວນທີ່ສຳຄັນເຂົ້າໃນຜົນສຳເລັດຂອງເວທີປາໄສ. ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ໄດ້ຢືນຢັນວ່າ ຍາມໃດຫວຽດນາມ ກໍຖືເປັນສຳຄັນໃນການເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກັບ ສ.ໂດມີນີກາ, ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການພົບປະຂັ້ນຕ່າງໆ, ລົງນາມໃນບັນດາຂໍ້ຕົກລົງເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ ໃຫ້ແທດເໝາະກັບຄວາມສາມາດບົມຊ້ອນຂອງສອງປະເທດ, ສະເໜີໃຫ້ ສ.ໂດມີນີກາ ຮັບຮູ້ຂໍ້ກຳນົດດ້ານເສດຖະກິດການຕະຫຼາດຂອງຫວຽດນາມ ໂດຍໄວ. ທ່ານ Miguel Mejia ໄດ້ຢືນຢັນວ່າ ສ.ໂດມີນີກາ ຈະເອົາໃຈໃສ່ພິຈາລະຈາເລື່ອງຮັບຮູ້ຂໍ້ກຳນົດເສດຖະກິດການຕະຫຼາດຂອງຫວຽດນາມ ແລະ ປາດຖະໜາວ່າ ຫວຽດນາມ ຈະຍູ້ແຮງການລົງທຶນເຂົ້າຕະຫຼາດໂດມີນີກາ.