(vovworld) - ທ່ານລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະແຫຼງກ່ຽວກັບສະພາບການຢູ່ລັດ Rakhine, ທາງທິດຕາເວັນຕົກມ້ຽນມາ, ທີ່ກ່ຽວຂ້ອງເຖິງບັນດາການປະທະກັນຫວ່າງແລ້ວນີ້ ລະຫວ່າງປະຊາຊົນເຊື້ອຊາດພິວພັນຢູ່ລັດນີ້. ຕາມຖະແຫຼງການ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນຢ່າງແຮງທີ່ມີຕໍ່ວິວັດການຫັນເປັນປະຊາທິປະໄຕ ທີ່ພວມດຳເນີນຢູ່ມ້ຽນມາ, ພ້ອມກັນນັ້ນກໍຕິດຕາມສະພາບການຢູ່ລັດ Rakhine ຢ່າງແໜ້ນແຟ້ນ ພາຍຫຼັງເກີດບັນດາການປະທະກັນເມື່ອວັນທີ 28/5 ແລະ 3/6. ບັນດາລັດຖະມົນຕີການຄ່າງປະເທດອາຊຽນ ໃຫ້ຮູ້ວ່າ ຈະຜັນຂະຫຍາຍວຽກງານໜູນຊ່ວຍມະນຸດສະທຳຢູ່ລັດ Rakhine. ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ກໍເນັ້ນໜັກວ່າ ເລື່ອງຊຸກຍູ້ສັນຕິການໄກ່ເກ່ຍປອງດອງຊາດລະຫວ່າງບັນດາປະຊາຄົມຢູ່ມ້ຽນມາ ແມ່ນພາກສ່ວນທີ່ຂາດບໍ່ໄດ້ໃນວິວັດການປະຕິຮູບ ແລະ ຫັນເປັນປະຊາທິປະໄຕທີ່ພວມດຳເນີນຢູ່ປະເທດນີ້. ຖະແຫຼງການຮ່ວມນີ້ ໄດ້ສະແດງຄວາມເຊື້ອໝັ້ນ ແລະ ຫວັງວ່າ ມ້ຽນມາ ຈະສືບຕໍ່ຢືດໝັ້ນ ຫຼັກໝັ້ນການປະຕິຮູບ ແລະ ຫັນເປັນປະຊາທິປະໄຕຢູ່ມ້ຽນມາ.