ລັດຖະມົນຕີການຕ່າງ ປະເທດຫວຽດນາມ Pham Binh Minh ຢ້ຽມຢາມ ລຸກຊຳບວກ
ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh
Vovworld- ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດແຫ່ງລາຊະອານາຈັກລຸກຊຳບວກ ທ່ານ Jean Asselbom, ວັນທີ 26/6, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ເດີນທາງຢ້ຽມຢາມລາຊະອານາຈັກ ລຸກຊຳບວກຢ່າງເປັນທາງການ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ມີການເຈລະຈາ ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລຸກຊຳບວກ Jean Asselbom. ທີ່ການເຈລະຈາ, ລັດຖະມົນຕີທັງ 2 ໄດ້ເຫັນດີເປັນເອກະສັນກັນຖືວ່າ ຄວນສ້າງເງື່ອນໄຂໃຫ້ແກ່ປະຊາຄົມວິສາຫະກິດຂອງ 2 ປະເທດເຊື່ອມຕໍ່ກັນເປັນຄູ່ຮ່ວມມື, ລົງທຶນດຳເນີນທຸລະກິດ, ຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ, ສາທາລະນະສຸກ, ວັດສະດຸ, ຖະແຫຼງຂ່າວສື່ສານ, ເພີ່ມທະວີການພົວພັນແລກປ່ຽນດ້ານ ວັດທະນະທຳ. 2 ຝ່າຍຕີລາຄາສູງໝາກຜົນແຫ່ງການຜັນຂະຫຍາຍບັນດາໂຄງການຮ່ວມມືພັດທະນາໃນໄລຍະທີ່ຜ່ານມາ ແລະ ເປັນເອກະສັນກັນຈະສືບຕໍ່ຊຸກຍູ້ການປະຕິບັດບັນດາໂຄງການໃນຂອບເຂດແຜນງານຮ່ວມມືກຳນົດທິດ ຫວຽດນາມ-ລຸກຊຳບວກ ໄລຍະ 2011 – 2015 ໃຫ້ເປັນຢ່າງດີ, ສຸມໃສ່ບັນດາຂົງເຂດຮັບບຸລິມາສິດຄື : ສາທາລະນະສຸກ, ການສຶກສາ-ບຳລຸງສ້າງວິຊາຊີບ, ພັດທະນາຊົນນະບົດຢູ່ບັນດາທ້ອງຖິ່ນທີ່ມີເງື່ອນໄຂເສດຖະກິດ-ສັງຄົມປະສົມກັບຄວາມຫຍຸ້ງຍາກ./.