ລັດຖະມົນຕີວ່າການກະຊວງຍຸຕິທຳSlovakiaຢ້ຽມຢາມນະຄອນໂຮ່ຈີມິນ
ທ່ານ Tomas Borec, ລັດຖະມົນຕີວ່າການກະຊວງຍຸຕິທຳ ສ. Slovakia (ຂວາ)
(ພາບ: cẩm tú)
|
(vovworld) – ຕອນບ່າຍວັນທີ 17/3, ທ່ານ ເຕີດແທ່ງກາງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສ. Slovakia ໂດຍທ່ານ Tomas Borec, ລັດຖະມົນຕີວ່າການກະຊວງຍຸຕິທຳ ນຳໜ້າ, ພວມຢູ່ຢ້ຽມຢາມ, ເຮັດວຽກຢູ່ນະຄອນ ໂຮ່ຈີມິນ. ທ່ານ ເຕີດແທ່ງກາງ ປາດຖະໜາວ່າ: ຄຽງຄູ່ການທູດແຫ່ງລັດ, ໃນໂລຍະຈະມາເຖິງຈະມີຫຼາຍຄະນະການທູດປະຊາຊົນພ້ອມກັບບັນດານັກທ່ອງທ່ຽວ Slovakia ມາທ່ອງທ່ຽວ, ພົວພັນຮ່ວມມືຢູ່ນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ນະຄອນ ໂຮ່ຈີມິນ ຍາມໃດກໍ່ສົ່ງເສີມ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ Slovakia ມາຊອກຮູ້ ແລະ ລົງທຶນຢູ່ນະຄອນ. ຄຽງຄູ່ກັບຂົງເຂດຕຸລາການ, 2 ຝ່າຍອາດຈະເພີ່ມທະວີການຮ່ວມມືກ່ຽວກັບການສຶກສາບຳລຸງສ້າງ, ວິທະຍາສາດເຕັກນິກ, ອຸດສາຫະກຳ.