ລັດເຊຍແລະຍີ່ປຸ່ນດຳເນີນການເຈລະຈາກົນໄກ “2+2”

(VOVWORLD) -ວັນທີ 31 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຖະແຫຼງວ່າ, ມົດສະກູ ຖືເປັນສຳຄັນການພົວພັນກັບໂຕກຽວ.
ລັດເຊຍແລະຍີ່ປຸ່ນດຳເນີນການເຈລະຈາກົນໄກ “2+2” - ảnh 1(ພາບປະກອບ: AFP/TTXVN)

ກ່າວຄຳເຫັນໃນຂອບເຂດກອງປະຊຸມ “2+2” ຄັ້ງທີ 3 ລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ການທູດລັດເຊຍ - ຍີ່ປູ່ນ ພວມດຳເນີນຢູ່ມົດສະກູ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ເນັ້ນໜັກວ່າ: “ພວກຂ້າພະເຈົ້າຖືເປັນສຳຄັນການພັດທະນາການພົວພັນກັບຍີ່ປຸ່ນ, ພັດທະນາການຮ່ວມມື 2 ຝ່າຍໃນທຸກຂົງເຂດ, ໃນນັ້ນມີຄວາມສະຫງົບ, ລວມທັງບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ສາກົນ, ບັນດາໄພນາບຂູ່ ແລະ ສິ່ງທ້າທາຍໃໝ່ ກໍຄືບັນດາການປະທະກັນຢູ່ພາກພື້ນ”.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro kono ຢືນຢັນວ່າ, ເລື່ອງເຮັດໃຫ້ການເຈລະຈາກັບລັດເຊຍ ເລິກເຊິ່ງກວ່າ ແມ່ນມີຄວາມໝາຍສຳຄັນ, ພິເສດແມ່ນໃນສະພາບເລີ່ມເຈລະຈາກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ