ລະດົມກຳລັງທັງໝົດໃນການປ້ອງກັນ,ຕ້ານພາຍຸ USAGI

(VOVWORLD) -ຕອນເຊົ້າວັນທີ 24 ພະຈິກ, ຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ຈັດກອງປະຊຸມແລກປ່ຽນວຽກງານຮັບມືກັບພາຍຸ USAGI.

ລະດົມກຳລັງທັງໝົດໃນການປ້ອງກັນ,ຕ້ານພາຍຸ USAGI - ảnh 1ລະດົມກຳລັງທັງໝົດໃນການປ້ອງກັນ,ຕ້ານພາຍຸ USAGI

(ພາບປະກອບ: TTXVN)

ເພື່ອສືບຕໍ່ເປັນເຈົ້າການຮັບມືກັບພາຍຸ, ທ່ານຮອງຫົວໜ້າກົມປ້ອງກັນ, ຕ້ານໄພທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນເຈື່ອງເຊີນ ສະເໜີທຸກວຽກງານຮັບມືກັບພາຍຸ USAGI, ເພື່ອຮັບປະກັນຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ຕ້ອງປະຕິບັດໃຫ້ສຳເລັດກ່ອນເວລາ 16 ໂມງຂອງວັນທີ 24 ພະຈິກ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຫງວຽນຊວນເກືອງ, ພ້ອມກັບຄະນະປະຕິບັດງານ ກໍ່ໄດ້ສຳຫຼວດກວດກາວຽກງານປ້ອງກັນ, ຕ້ານພາຍຸ USAGI ຢູ່ເມືອງເກີນເຢີ, ນະຄອນໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ