ລາຍການສະແດງສິລະປະຫວຽດນາມ-ກຳປູເຈຍເຂັ້ມຄົ້ນໄປດ້ວຍນ້ຳໃຈສາມັກຄີມິດຕະພາບ
ພາບປະກອບ
(vovworld) – ຕອນຄ່່ຳວັນທີ 19/10, ຢູ່ຮ່າໂນ້ຍ, ຄະນະສິລະປະກອງທັບລາຊະອານາຈັກ ກຳປູເຈຍ ໄດ້ສະແດງລາຍການສິລະປະດ້ວຍຫົວຂໍ້ວ່າ “ຫວຽດນາມ - ກຳປູເຈຍ ເຂັ້ມຄົ້ນໄປດ້ວຍຄວາມສາມັກຄີມິດຕະພາບ”. ລາຍການສິລະປະທີ່ເປັນເອກະລັກສະເພາະດ້ວຍບັນດາບົດເພງ, ວາດຟ້ອນຍ້ອງຍໍຊົມເຊີຍມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກຳປູເຈຍ ໂດຍບັນດານັກສິລະປິນຄະນະສິລະປະກອງທັບລາຊະອານາຈັກ ກຳປູເຈຍ ສະແດງ. ພິເສດ, ໃນລາຍການມີຫຼາຍບົດເພງມູນເຊື້ອຂອງ ຫວຽດນາມ ໂດຍນັກສິລະປິນ ກຳປູເຈຍ ສະແດງ.