ວົງການນັກຊ່ຽວຊານ: ຢູແກຼນ ຖອນຕົວອອກຈາກສົນທິສັນຍາມິດຕະພາບກັບ ລັດເຊຍ ຈະກີດຂວາງການເຈລະຈາກ່ຽວກັບທະເລ Azov

(VOVWORLD) - ຂໍ້ຕົກລົງຂອງອຳນາດການປົກຄອງ ຢູແກຼນ ຖອນຕົວອອກຈາກສົນທິສັນຍາມິດຕະພາບ, ຮ່ວມມື ແລະ ຄູ່ຮ່ວມມືກັບ ລັດເຊຍ...

ວັນທີ 11 ທັນວາ, ທ່ານ Alexey Chesnakov, ນັກຊ່ຽວຊານດ້ານການເມືອງ, ຜູ້ອຳນວຍການສູນຄົ້ນຄ້ວາສະພາບການການເມືອງ, ຖືວ່າ: ຂໍ້ຕົກລົງຂອງອຳນາດການປົກຄອງ ຢູແກຼນ ຖອນຕົວອອກຈາກສົນທິສັນຍາມິດຕະພາບ, ຮ່ວມມື ແລະ ຄູ່ຮ່ວມມືກັບ ລັດເຊຍ ຈະກໍ່ຄວາມກີດຂວາງອັນໃຫຍ່ຫຼວງຕໍ່ການເຈລະຈາກ່ຽວກັບທະເລ Azov ແລະ ເຂດຊ່ອງແຄບ Kerch, ນັບທັງການເຈລະຈາຂອງກຸ່ມ 4 ປະເທດເຂດ Normandy (ເຢຍລະມັນ, ຝລັ່ງ, ລັດເຊຍ ແລະ ຢູແກຼນ).

        ນັກຊ່ຽວຊານທ່ານນີ້ຖືວ່າ ຂໍ້ຕົກລົງຂອງ ກີແອບ ກໍ່ຈະລົບລ້າງພື້ນຖານດ້ານນິຕິກຳໃຫ້ແກ່ຂໍ້ຕົກລົງສອງຝ່າຍໃນປະຈຸບັນກ່ຽວກັບຄວາມເສລີໃນການເດີນເຮືອຢູ່ທະເລ Azov ແລະ ຊ່ອງແຄບ Kerch, ທີ່ເຄີຍອີງໃສ່ສົນທິສັນຍາມິດຕະພາບ. ທ່ານໃຫ້ຂໍ້ສັງເກດວ່າ “ດ້ວຍທິດທາງດັ່ງກ່າວ, ຢູແກຼນ ໄດ້ຍຸບເລິກສິດເສລີໃນການເດີນເຮືອຂອງຕົນໃນພາກພື້ນນີ້ດ້ວຍຕົນເອງ”.

ຕອບກັບ

ຂ່າວ/ບົດ​ອື່ນ