ປຸງແຕ່ງສິນໃນນ້ຳເພື່ອສົ່ງອອກ
ພາບ:vietnamplus.vn
|
(vovworld) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ໃນ 5 ເດືອນຕົ້ນປີຄາດວ່າບັນລຸເກືອບ 11 ຕື້ USD, ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປະລິມານ ແລະ ມູນຄ່າການສົ່ງອອກຂອງທຸກປະເພດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳລ້ວນແຕ່ເພີ່ມຂຶ້ນພໍສົມຄວນ. ໃນນັ້ນ ວົງເງິນສົ່ງອອກກາເຟບັນລຸເກືອບ 1,8 ຕື້ USD , ສິນໃນນ້ຳ ແມ່ນ 2,3 ຕື້USD. ເຖິງຢ່າງໃດກໍຕາມ, ໃນ 5 ເດືອນຜ່ານມາ ທົ່ວປະເທດລາຍຈ່າຍຈຳນວນເງິນ 6,5 ຕຶ້ USD ເພື່ອນຳເຂົ້າຝຸ່ນເຄມີ, ຢາປາບສັດຕູພືດ ແລະ ວັດຖຸດິບ, ໄມ້ ແລະ ຜະລິດຕະພັນໄມ້, ຫົວອາຫານສັດລ້ຽງ ເພື່ອຮັບໃຊ້ການຜະລິດດຳເນີນທຸລະກິດ.