ວັນຈັກຂຸສຳພັດໂລກ ປີ 2015 ມຸ່ງໄປເຖິງ “ ເບິ່ງແຍງດູແລຕາໃຫ້ທຸກຄົນ
(ພາບປະກອບ)
(vovworld)- ຕອນບ່າຍ, ວັນທີ 8/10, ໂຮງໝໍຕາສູນກາງໄດ້ຈັດພິທີໂຮມຊຸມນຸມ ເພື່ອຕອບສະໜອງວັນຈັກຂຸສຳພັດໂລກ ປີ 2015 ດ້ວຍຫົວເລື່ອງ “ ເບິ່ງແຍງດູແລຕາໃຫ້ ທຸກຄົນ” ຕາມນັ້ນ, ວັນຈັກຂຸສຳພັດໂລກປີນີ້ແມ່ນກົງກັບວັນພະຫັດ ທີ 8/10. ເພື່ອມຸ່ງໄປເຖິງການປະຕິບັດຈຸດໝາຍຈັກຂຸສຳພັດທົ່ວໂລກ ປີ 2020, ຫວຽດນາມສູ້ຊົນປະຕິບັດຈຸດໝາຍລຸດຜ່ອນອັດຕາສ່ວນຂອງຄົນຕາບອດໃນປະຊາຄົມລົງຕ່ຳກວ່າ 0.3 % ໃນປີ 2020. ເພື່ອຕອບສະໜອງ ວັນຈັກຂຸສຳພັດໂລກ, ໂຮງໝໍຕາສູນກາງໄດ້ໃຫ້ຄຳປຶກສາ, ກວດຕາ ໂດຍບໍ່ເສຍຄ່າໃຫ້ຄົນທຸກຍາກ, ເປົ້າໝາຍນະໂຍບາຍ ແລະ ປະຕິບັດການຜ່າຕັດມະນຸດສະທຳຢູ່ເທິງລົດຜ່າຕັດເຄື່ອນທີ່ 100 ລາຍ.