ວຽກງານແຂ່ງຂັນໄດ້ ປະກອບສ່ວນຕັ້ງໜ້າ ໃຫ້ແກ່ການພັດທະນາ ຂອງປະເທດຊາດ

ວຽກງານແຂ່ງຂັນໄດ້ ປະກອບສ່ວນຕັ້ງໜ້າ ໃຫ້ແກ່ການພັດທະນາ ຂອງປະເທດຊາດ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ)


(vovworld) - ວຽກ​ງານ​ແຂ່ງ​ຂັນ​ໄດ້​ປະກອບສ່ວນ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​ຂອງປະ​ເທດ​ຊາດ, ​ເຊິ່ງທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ຮອງ​ປະທານ​ຜູ້​ທີ່​ໜຶ່ງ​ສະພາ​ແຂ່ງຂັນ, ຍ້ອງຍໍ​ສູນ​ກາງ​​ໄດ້ຢືນຢັນສິ່ງ​ດັ່ງກ່າວທີ່​ການ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ກັນຍາ, ຢູ່​ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຖື​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ວຽກ​ງານແຂ່ງຂັນ, ຍ້ອງຍໍບັນລຸ​ໄດ້​ຜົນງານ​ຫຼາຍ​ຢ່າງ, ສ້າງ​ເປັນ​ຂະ​ບວນການ​ ​ເພື່ອປະກອບສ່ວນ​ປຸກລະດົມ, ລະດົມ​ກຳລັງ​​ໃຈໃຫ້​ແກ່​ບັນດາ​ຫົວໜ່ວຍ, ໝູ່​ຄະນະ, ບຸກຄົນ ​ໃນ​ການ​ເຄື່ອນ​ໄຫວ​​ເສດຖະກິດ​ສັງຄົມຢ່າງ​ແຮງ​. ​ແຕ່​ວ່າ, ວຽກ​ງານແຂ່ງຂັນ, ຍ້ອງຍໍຢູ່​ບາງ​ແຂວງ​ຍັງມີ​ລັກສະນະ​ເປັນ​ຮູບ​​ແບບ, ຄຸນ​ນະພາບບໍ່​ສູງ... ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​ຕ້ອງ​ຍົກ​ສູງ​ບົດບາດ​ຂອງ​ຜູ້ນຳ​ໜ້າ​ໃນ​ວຽກ​ງານແຂ່ງຂັນ, ຍ້ອງຍໍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄວນ​ສືບ​ຕໍ່​ປັບປຸງ​​ໃຫ້ສຳ​ເລັດ ​ແລະ ຍົກ​ລະດັບ​ອົງການ​ຈັດ​ຕັ້ງ, ກົງ​ຈັກແຂ່ງຂັນ, ຍ້ອງຍໍ; ​ເພີ່ມ​ທະວີ​ວຽກ​ງານໂຄສະ​ນາ​ບັນດາ​​ແບບຢ່າງ​ດີ​ເດັ່ນ ​ເພື່ອ​ສ້າງ​ຂະ​ບວນການ​​ໃຫ້​ເລີກ​ເຊິ່ງ, ກວ້າງຂວາງ ​ແລະ ​ມີ​ກຳລັງ​ແຜ່​ຂະ​ຫຍາ​ຍຢ່າງ​ແຮງ.
ຂ່າວ/ບົດ​ອື່ນ