ສປຊ ປຶກສາຫາລືສົນທິສັນຍາ ກ່ຽວກັບການກວດກາໄພຄ້າຂາຍອາວຸດ

ສປຊ ປຶກສາຫາລືສົນທິສັນຍາ ກ່ຽວກັບການກວດກາໄພຄ້າຂາຍອາວຸດ - ảnh 1
ພາບປະກອບ:internet


(vovword) - ວັນ​ທີ 2/7 ຢູ່ ສຳນັກງານ ສະຫະ​ປະຊາ​ຊາດ (ສປຊ) ຢູ່ ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ, ກອງ​ປະຊຸມສະມັດຊາ​ໃຫຍ່ ສປຊ ​ເລີ່​ມຕົ້ນ​ວາລະ​ປຶກສາ​ຫາລື​ ​ເພື່ອ​ຮຽບຮຽງ ​ແລະ ຮັບຮ​ອງ​ເອົາ​ສົນ​ທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ຄ້າຂາຍ​ອາວຸດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຜູ້ຕາງຫນ້າ​ຂອງ 193 ປະ​ເທດ​ສະມາຊິກ​ ສປຊ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ຫົວຫນ່ວຍຕ່າງໆ​ໃນ​ສັງຄົມ, ວົງ​ການ​ສື່​ມວນ​ຊົນ ​ແລະ ບັນດາ​ອົງການ​ຄ້າຂາຍ​ອາວຸດ. ຈຸດໝາຍ​ຂອງ​ກອງ​ປະຊຸມ​ນັ້ນ​ແມ່ນ​ວາງ​ອອກ ​ແລະ ​ເປັນ​ເອກະ​ພາບ​ບັນດາ​ມາດຕະຖານ​ສາກົນ​ກ່ຽວຂ້ອງ​ເຖິງ​ບັນຫາ​ນຳ​ເຂົ້າ, ສົ່ງ​ອອກ ​ແລະ ​ແລກປ່ຽນ​ອາວຸດ​ສາມັນ. ຄາດ​ວ່າ ກອງ​ປະຊຸມ​ດັ່ງກ່າວ​​ຈະ​ແກ່ຍາວ​ເຖິງ​ວັນ​ທີ 27/7/2012. ​ເນື່ອງ​ໃນ​ໂອກາດ​ນີ້ ມີ​ນັກ​ສິລະ​ປິນ, ນັກສະ​ແດງ ​ແລະ ນັກ​ແຕ້ມ​ທີ່​ມີ​ຊື່​ສຽງ​ຢູ່​ໃນ​ໂລກ 30 ຄົນ ​ໄດ້​ພ້ອມ​ກັນ​ເຊັນ​ລາຍ​ຊື່​ໃນ​ຈົດໝາຍ​ສະບັບ​ຫນຶ່ງ​ສົ່ງ​ເຖິງ​ທ່ານ​ເລຂາທິກ​ານ​ໃຫຍ່ ສປຊ Ban Ki Mun ​ສະ​ເຫ​ນີ​​ເປັນ​ເອກະ​ພາບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສາກົນ ​ແລະ ຮັບຮອງ​ເອົາ​ສົນທິສັນຍາ​ສະບັບ​ຫນຶ່ງ​ຢ່າງ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກວດກາ​ສະພາບ​ຄ້າຂາຍ​ອາວຸດ​ໃນ​ທົ່ວ​ໂລກ.

 

ຂ່າວ/ບົດ​ອື່ນ