ສປປ.ເກົາຫຼີ ຮຽກຮ້ອງໃຫ້ສ.ເກົາຫຼີ ຢຸດຕິການຊ້ອມຮົບດ້ານການທະຫານ
(ພາບປະກອບ: Reuters)
(vovworld) – ວັນທີ 11/01, ສປປ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ສ.ເກົາຫຼີ ຢຸດຕິການຊ້ອມຮົບດ້ານການທະຫານທັງໝົດ, ລວມທັງການຊ້ອມຮົບຮ່ວມກັບອາເມລິກາ, ຖ້າຫາກເຊີອູນ ຢາກປັບປຸງການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ຢ່າງແທດຈິງ. ໜັງສື່ພິມ “Minju Joson” ຂອງກະຊວງພາຍໃນສປປ.ເກົາຫຼີ ຊີ້ແຈ້ງວ່າ, ການຊ້ອມຮົບສົງຄາມ ແລະ ການເຈລະຈາບໍ່ສາມາດຄົງຕົວພ້ອມກັນໄດ້. ໜັງສື່ພິມນີ້ໄດ້ກ່າວເຕື່ອນເລື່ອງສ.ເກົາຫຼີ ສືບຕໍ່ດຳເນີນບັນດາການຊ້ອມຮົບ ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບໃນແກຼມເກົາຫຼີ ກໍ່ຄືເລື່ອງປັບປຸງການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ. ຖ້າຫາກຕັດສິນໃຈປັບປຸງການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ຜ່ານການເຈລະຈາ, ສ.ເກົາຫຼີ ຕ້ອງຢຸດຕິບັນດາການຊ້ອມຮົບດ້ານການທະຫານພ້ອມກັບກຳລັງຕ່າງປະເທດ.