ສີລັງກາ ຫ້າມບັນດາກຸ່ມຫົວຮຸນແຮງເຄື່ອນໄຫວໃນຜືນແຜ່ນດິນຂອງຕົນ

(VOVWORLD) - ວັນທີ 27 ເມສາ, ແຈ້ງການຂອງຫ້ອງວ່າການປະທານາທິບໍດີ ສີລັງກາ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Maithripala Sirisena ປະເທດນີ້ ໄດ້ຫ້າມການເຄື່ອນໄຫວສຳລັບກຸ່ມ National Thawheed Jammath (NTJ) ແລະ ບັນດາກຸ່ມຫົວຮຸນແຮງອື່ນໆ ທີ່ຖືກສົງໄສວ່າ 

ຢືນຢູ່ເບື້ອງຫລັງບັນດາເຫດວາງລະເບີດຢູ່ພາກຕາເວັນອອກ ສີລັງກາ ຜ່ານມາ ຊຶ່ງເຮັດໃຫ້ກ່ວາ 250 ຄົນເສຍຊີວິດ ແລະ 500 ຄົນຮັບບາດເຈັບ. ແຈ້ງການດັ່ງກ່າວໃຫ້ຮູ້ວ່າ: ອີງຕາມບັນດາຂໍ້ກຳນົດກ່ຽວກັບສະພາວະສຸກເສີນ, ທ່ານປະທານາທິບໍດີ Sirisena ໄດ້ຍົກອອກບັນດາບາດກ້າວ ແນໃສ່ນຳກຸ່ມ NTJ ແລະ ກຸ່ມ Jamathei Millathu Ibrahemm (JMI) ເຂົ້າບັນຊີລາຍຊື່ບັນດາອົງການຖືກຫ້າມເຄື່ອນໄຫວຢູ່ ສີລັງກາ.

ຕອບກັບ

ຂ່າວ/ບົດ​ອື່ນ