ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດກອງປະຊຸມດ່ວນກ່ຽວກັບສະພາບການຊີຣີ

(VOVWORLD) -ບັນດານັກການທູດໃຫ້ຮູ້ວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະຈັດກອງປະຊຸມດ່ວນໃນວັນທີ 05 ກໍລະກົດ ເພື່ອປຶກສາຫາລືກ່ຽວກັບສະພາບສົງຄາມຢູ່ເຂດທາງທິດຕາເວັນຕົກພາກໃຕ້ຊີຣີ
ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດກອງປະຊຸມດ່ວນກ່ຽວກັບສະພາບການຊີຣີ - ảnh 1(ພາບປະກອບ: AFP/TTXVN)

ພາຍຫຼັງທີ່ກອງທັບຊີຣີ ຍູ້ແຮງບັ້ນບຸກໂຈມຕີໃສ່ບັນດາກຸ່ມລຸກຮື້ຂຶ້ນຢູ່ທີ່ນີ້, ບັງຄັບໃຫ້ປະຊາຊົນ 300.000 ຄົນຕ້ອງຍົກຍ້າຍ. ວັນທີ 03 ກໍລະກົດ, ບັນດານັກການທູດຊູແອັດ, ເຊິ່ງເປັນປະເທດພວມດຳລົງຕຳແໜ່ງ ເປັນປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ຮູ້ວ່າ, ປະເທດນີ້ໄດ້ພ້ອມກັບຄູເວດ ສະເໜີຈັດກອງປະຊຸມດ່ວນ.

      ສະຫະປະຊາຊາດຄາດຄະເນວ່າ, ມີຊາວຊີຣີ  ປະມານ 270.000 – 330.000 ຄົນ ຕ້ອງປະລະເຮືອນຊານ ນັບແຕ່ວັນທີ 19 ມິຖຸນາ, ເມື່ອເກີດບັນດາເຫດວາງລະເບີດຢູ່ແຂວງ Darra, ທາງທິດຕາເວັນຕົກພາກໃຕ້ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ