ສະພາຊົນເຜົ່າຊີຣີ ປະຕິເສດການເຈລະຈາ ກັບລັດຖະບານ

ສະພາຊົນເຜົ່າຊີຣີ ປະຕິເສດການເຈລະຈາ ກັບລັດຖະບານ - ảnh 1

(ພາບ:baomoi.com)

(vovworld) -  ​​ວັນ​ທີ 5/2, ສະພາ​ຊົນ​ເຜົ່າ​ຊີຣີ (SNC) ຊື່​ງ​ແມ່ນ​ພາກສ່ວນ​ຕົ້ນຕໍ​ໃນ​ພັນທະ​ມິດ​ແຫ່ງ​ຊາດ​ຊີຣີ ​ໄດ້​ປະຕິ​ເສດ​ຄວາມ​ສາມາດ​ດຳ​ເນີນ​ການ​ເຈລະຈາ​ບໍ່​ວ່າຄັ້ງ​ໃດ​ກັບ​ລັດຖະບານ​ຂອງ​ປະທານາທິບໍດີ Bashar al Assad ຕາມ​ຂໍ້​ສະ​ເໜີ​ຂອງ​ພັນທະ​ມິດ​ຝ່າຍ​ຄ້ານ. ຖະ​ແຫຼ​ງການ​ຂອງ​ສະພາ​ດັ່ງ​ກ່າວ​ໄດ້​ເວົ້າວ່າ: ສະພາ​ຊົນ​ເຜົ່າ​ຊີຣີ (SNC) ​“ໄດ້​ປະ​ຕິ​ເສດ​ການ​ເຈລະຈາ​ທຸກໆ​ຄັ້ງ ​ແລະ ຈະ​ປົກ​ປ້ອງ​ການ​ປະຕິວັດ​ອອກ​ຈາກ​ໄພ​ກາຍ​ເປັນ​ຕົວ​ປະກັນ​ໃຫ້​ບໍ່​ວ່າຄຳໝັ້ນສັນຍາ​ສາກົນ​ໃດໆ“. ນີ້​ຖືກ​ຖື​ວ່າ​ແມ່ນ​ບາດກ້າວ​ຖອຍຫຼັງ​ສຳລັບ​ວິວັດ​ການ​ເຈລະຈາ​ດ້ານ​ການ​ເມືອງ​ຢູ່​ຊີຣີ ພາຍຫຼັງ​ຄຳ​ປະກາດ​ເມື່ອ​ອາທິ​ດກ່ອນ​ຂອງທ່ານ​ປະທານ​ພັນທະ​ມິດ​ຊົນ​ເຜົ່າ​ຊີຣີ Ahmed Moaz al Khatib ທີ່​ວ່າ: ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ Bashar al Assad. ສະພາ​ຊົນ​ເຜົ່າ​ຊີຣີ (SNC) ຖື​ວ່າ: ທ່ານ Khatib ​ໄດ້​ຍົກ​ອອກ​ຂໍ້​ຕົກລົງ​ທີ່​ມີ​ລັກສະນະ​ສ່ວນ​ຕົວ. ຄຳ​ປະກາດ​ຂອງ​ທ່ານ Khatib ພວມ​ກໍ່​​ໃຫ້​ເກີດການ​ໂຕ້​ຖຽງ​ກັນ​ພາຍ​ໃນ​ພັນທະ​ມິດ​ຊົນ​ເຜົ່າ​ຊີຣີ.

ຂ່າວ/ບົດ​ອື່ນ