ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ

(VOVWORLD) -ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 08 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ.
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ - ảnh 1 (ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ)

ຜ່ານບັນດາຄຳເຫັນປຶກສາຫາລືຂອງສະມາຊິກສະພາແຫ່ງຊາດກ່ຽວກັບການລົງທຶນກໍ່ສ້າງກິດຈະກຳຊົນລະປະທານ, ຮ່າງກົດໝາຍໄດ້ຮັບການປັບປຸງຕາມທິດດັ່ງນີ້: ລັດລົງທຶນກໍ່ສ້າງກິດຈະກຳຊົນລະປະທານສຳຄັນພິເສດ, ກິດຈະກຳຊົນລະປະທານໃຫຍ່, ກິດຈະກຳຍາກທີ່ຈະລະດົມບັນດາແຫຼ່ງກຳລັງສັງຄົມ; ບັນດາກິດຈະກຳຮັບໃຊ້ການປ້ອງກັນ, ຕ້ານໄພທຳມະຊາດ… ຜູ້ນຳໃຊ້ຜະລິດຕະພັນ, ການບໍລິການຊົນລະປະທານຈະຮັບຜິດຊອບການລົງທຶນກໍ່ສ້າງກິດຈະກຳນ້ອຍ, ຊົນລະປະທານຢູ່ເຂດທົ່ງນາ. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ເລື່ອງປັບປຸງຂໍ້ກຳນົດຄືແນວນັ້ນຈະຜັນຂະຫຍາຍໄດ້ບົດບາດເປັນເຈົ້າຂອງລັດ ໃນການຮັບປະກັນພື້ນຖານໂຄງລ່າງຊົນລະປະທານ ເພື່ອນຳປະເທດເຮົາໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນປີ 2020 ເທື່ອລະກ້າວ, ພ້ອມທັງຈະລະດົມແຫຼ່ງກຳລັງສັງຄົມໃຫ້ວຽກງານດັ່ງກ່າວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ