ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ

(VOVWORLD) - ໂດຍໄດ້ຮັບຄວາມເຫັນດີຈາກສະມາຊິກສະພາແຫ່ງຊາດ 83,50%, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍໃນວາລະປະຊຸມຕອນເຊົ້າວັນທີ 12 ມິຖຸນາ ຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14
ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1ບັນດາສະມາຊິກສະພາແຫ່ງຊາດ

ນີ້ເປັນຄັ້ງທຳອິດ ຫວຽດນາມ ປະກາດໃຊ້ກົດໝາຍສະບັບໜຶ່ງເພື່ອໜູນຊ່ວຍໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ, ແມ່ນໂອກາດດີທີ່ສຸດ ເພື່ອເປັນພື້ນຖານນິຕິທຳສຳຄັນຄົບຖ້ວນ, ມີພື້ນຖານເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ:

        “ນີ້ແມ່ນກົດໝາຍສຳຄັນທີ່ສຸດ ໃນສະພາບການທີ່ພວກເຮົາຫາກໍ່ມີມະຕິຂອງສູນກາງ 5 ກຳນົດເຂດເສດຖະກິດພາກເອກະຊົນແມ່ນກຳລັງໜຶ່ງ, ພາກສ່ວນໜຶ່ງທີ່ສຳຄັນໃນການພັດທະນາ, ກຳລັງໜູນສຳຄັນໃນການພັດທະນາເສດຖະກິດຂອງປະເທດຊາດ. ບັນດາຂໍ້ກຳນົດຂອງກົດໝາຍ ເພື່ອແນໃສ່ສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍໃຫ້ວິສາຫະກິດພັດທະນາ, ປະກອບສ່ວນສ້າງປະເທດຊາດ. ພວກຂ້າພະເຈົ້າໄດ້ສຳຫລວດທຸກຄວາມຕ້ອງການຂອງບັນດາວິສາຫະກິດ, ບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດ. ຄວາມຕ້ອງການທັງໝົດນັ້ນ ລ້ວນແຕ່ໄດ້ຮັບການສັງລວມ ແລະ ຫັນເປັນ 7 ເນື້ອໃນໜູນຊ່ວຍລວມ ແລະ 3 ເນື້ອໃນໜູນຊ່ວຍທີ່ມີຈຸດໝາຍໃນກົດໝາຍ

        ຕາມກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍແລ້ວ, ແຫຼ່ງກຳລັງເພື່ອໜູນຊ່ວຍວິສາຫະກິດແມ່ນສ່ວນໜຶ່ງງົບປະມານແຫ່ງລັດ ແລະ ບັນດາແຫຼ່ງກຳລັງໃນສັງຄົມ.

        ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2018.

ຕອບກັບ

ຂ່າວ/ບົດ​ອື່ນ