( vovworld ) - ທ່ານນາຍົກລັດຖະມົນຕີຫາກໍ່ຕົກລົງສ້າງຕັ້ງຄະນະຊີ້ນຳສູງການກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະແຕ່ປີ 2011 ຮອດປີ 2020 ໂດຍທ່ານຮອງນາຍົກລັດຖະມົນຕີ Vu Van Ninh ເປັນຫົວໜ້າຄະນະ. ຄະນະຊີ້ນຳສູງກາງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກມີໜ້າທີ່ຊ່ວຍນາຍົກລັດຖະມົນຕີຊີ້ນຳ, ປະສານສົມທົບລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆໃນເລື່ອງແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງກົນໄກ, ນະໂຍບາຍ ເພື່ອປະຕິບັດຈຸດໝາຍຫຼຸດຜ່ອນຄວາມທຸກຍາກ. ຄຽງຂ້າງນັ້ນ, ກໍ່ເຂົ້າຮ່ວມການສ້າງ, ສະເໜີຕໍ່ນາຍົກລັດຖະມົນຕີອະນຸມັດຜ່ານ ແລະ ຈັດຕັ້ງການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2011 – 2015. ສະເໜີກົນໄກ, ນະໂຍບາຍ ແລະ ວິທີການລະດົມແຫຼ່ງກຳລັງຈາກບັນດາວິສາຫະກິດ, ອົງການ, ສ່ວນບຸກຄົນທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີີ່ມແຫຼ່ງກຳລັງໃຫ້ແກ່ການປະຕິບັດຈຸດໝາຍຫຼຸດຜ່ອນຄວາມທຸກຍາກ.