ສ້າງລະບົບຕຸລາການທີ່ກົມກຽວລະຫວ່າງບັນດາປະເທດອາຊຽນ

ສ້າງລະບົບຕຸລາການທີ່ກົມກຽວລະຫວ່າງບັນດາປະເທດອາຊຽນ - ảnh 1
ທ່ານ​ປະ​ທານ​ສານ​ປະ​ຊາ​ຊົນສູງ​ສຸດ ເຈືອງ​ຮ່​ວາ​ບິ່ງ
(ພາບ: congly)


(vovworld) – “ເຊື່ອມ​ໂຍງ​ອາ​ຊຽນ ແລະ ຄວາມ​ກົມ​ກຽວ​ດ້ານ​ຕ​ຸ​ລາ​ການ ຊ່ວຍ​ໃຫ້​ລະ​ບົບ​ຕ​ຸ​ລາ​ການ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຮັກ​ສາ​ວິ​ວັດ​ການ​ເຊື່ອມ​ຕໍ່​ເປັນ​ປະ​ຈຳ, ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ຖ​ືກ​ເກີດ​ຂຶ້ນ, ປະ​ກອບ​ສ່ວນ​ສ້າງ​ອາ​ຊຽນ ເອ​ກະ​ພາບ​ໃນ​ຫຼາຍ​​ຮູບ​ຫຼາຍ​ແບບ”. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ເຈືອງ​ຮ່​ວາ​ບິ່ງ ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ເຊື່ອມ​ໂຍງ​ອາ​ຊຽນ ແລະ ຄວາມ​ກົມ​ກຽວ​ດ້ານຕ​ຸ​ລາ​ການ ​ໃນບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ”, ໂດຍ​ສານ​ປະ​ຊາ​ຊົນ​ສູງ​ສຸ​ດ​ຈັດ​ຕັ້ງ​ໃນ​ຕ​ອນ​ເຊົ້າ​ວັນ​ທີ 17/03, ຢູ່​ຮ່າ​ໂນ້ຍ. ທ່ານ​ປະ​ທານ​ສານ​ປະ​ຊາ​ຊົນສູງ​ສຸດ ເຈືອງ​ຮ່​ວາ​ບິ່ງ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ປະ​ຊາ​ຄົມ​ເສດ​ຖະ​ກິດອ​າ​ຊຽນ ໄດ້​ຮັບ​ການ​ສ້າງ​ຕ​ັ້ງ, ບັນ​ດາ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ພົນ​ລະ​ເຮືອນ, ​ການດຳ​ເນີນ​ທຸ​ລະ​ກິດ​ດ້ານ​ການ​ຄ້າ​ຂ້າມ​ຊາຍ​ແດນ​ຈະ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ສັບ​ສົນ​ກວ່າ, ເກີດ​ບັນ​ດາ​ການ​ໜູນ​ຊ່ວຍ​ດ້ານ​ຕ​ຸ​ລາ​ການ​ລະ​ຫວ່າງ​ປະ​ເທດຕ່າງໆ…. ສະ​ນັ້ນ, ບັນ​ດາ​ປະ​ເທດ​ອາ​ຊຽນ ຕ້ອງ​ຮ່ວມ​ມື​ກັນ​ບົນ​ຈິດ​ໃຈ​ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ, ສາ​ມັກ​ຄີ​ກັນ, ມີ​ບັນ​ດາ​ບາດ​ກ້າວ​ເດີນ​ທີ່​ເໝາະ​ສົມ.

        “ຄວາມ​ກົ​ມ​ກຽ​ວ​ດ້ານ​ຕ​ຸ​ລາ​ການ​ໃນ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແມ່​ມ​ວິ​ວັດ​ການ​ເຊິ່ງ​ທົ່ວ​ລະ​ບົບ​ຕ​ຸ​ລາ​ການ​ຂ​ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາດ​ຈະຫ​ຍັບ​ມໍ່ໃກ້​ກັນ​ກວ່າ, ຫຼຸດ​ຜ່ອນ​ບັນ​ດາ​ການ​ປະ​ທະ​ກັນ​ດ້ານ​ກົດ​ໝາຍ​ໃນ​ຂົງ​ເຂດ​ພົນ​ລະ​ເຮືອນ, ກ​ານ​ດຳ​ເນີນ​ຄະ​ດີ​ແພ່ງ. ເລື່ອງ​ປະ​ຕິ​ບັດ​ການ​ເຊື່ອມ​ໂຍງ​ອາ​ຊຽນ ແລະ ຄວາມ​ກົມ​ກຽວ​ດ້ານ​ຕ​ຸ​ລາ​ການໄດ້​ຊ່ວຍ​ລະ​ບົບ​ຕ​ຸ​ລາ​ການ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຮັກ​ສາ​ວິ​ວັດ​ການ​ເຊື່ອມ​ຕໍ່​ເປັນ​ປະ​ຈຳ​ກວ່າ, ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ຖ​ືກ​ເກີດ​ຂຶ້ນ, ປະ​ກອບ​ສ່ວນ​ສ້າງ​ອາ​ຊຽນ ເອ​ກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ”.

ຂ່າວ/ບົດ​ອື່ນ