ສາຍພົວພັນລະຫວ່າງກອງທັບເຮືອ ຫວຽດນາມກັບກອງທັບເຮືອບັນດາປະເທດ ໃນພາກພື້ນ

ສາຍພົວພັນລະຫວ່າງກອງທັບເຮືອ ຫວຽດນາມກັບກອງທັບເຮືອບັນດາປະເທດ ໃນພາກພື້ນ  - ảnh 1
ທີ່ການເຮັດວຽກ
(ພາບ: qdnd.vn)


(vovworld) - ວັນ​ທີ 6/9, ຄະນະ​ຜູ້​ແທນ​ທີ່​ປຶກສາ​ດ້ານ​ການ​ທະຫານ​ປະ​ເທດ​ຕ່າງໆ​ປະຈຳ​ຫວຽດນາມ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກອງ​ເສນາ​ທິການ​ກອງທັບ​ເຮືອ ​ແລະ ບໍລິສັດ 189 ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໃນ​ການ​ຕ້ອນຮັບ​ພົນ​ເຮືອ​ເອກ​ ກອງທັບ​ເຮືອ Nguyen Van Hien, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າກອງ​ເສນາ​ທິການ​ກອງທັບ​ເຮືອ ​ໄດ້​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ກອງທັບ​ເຮືອ​ຫວຽດນາມ. ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ປະສານ​ສົມທົບ, ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຂອງທີ່​ປຶກສາ​ດ້ານ​ການ​ທະຫານ​ປະ​ເທດ​ຕ່າງໆ ກັບ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ກອງທັບ​ເຮືອ. ຜ່ານ​ການ​ແລກປ່ຽນ, ພົບ​ປະ​ກັບທີ່​ປຶກສາ​ດ້ານ​ການ​ທະຫານ​ປະ​ເທດ​ຕ່າງໆ​ປະຈຳ​ຫວຽດນາມ ​ໄດ້​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ກອງທັບ​ເຮືອ​ຫວຽດນາມ ກັບ​ກຳລັງ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກມີ​ຄວາມສາມັກຄີ​, ສະໜິດ​ຕິດ​ພັນ​ກຳ​ກັນ. ສ່ວນ​ຢູ່ ບໍລິສັດ 189 ກະຊວງ​ປ້ອງ​ກັນ​ປະ​ເທດ, ພາຍຫຼັງ​ໄດ້​ຮັບ​ຟັງ​ການ​ນຳ​ບໍລິສັດ​ແນະນຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຂອງ​ກົມ​ກອງ​ແລ້ວ, ຄະນະ​ຜູ້​ແທນ​ທີ່​ປຶກສາ​ດ້ານ​ການ​ທະຫານ​ປະ​ເທດ​ຕ່າງໆ​ປະຈຳ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ໂຮງ​ຈັກ, ​ໂຮງງານ​ຕໍ່​ກຳ​ປັ່ນ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ສູ້​ຮົບ ​ແລະ ກຽມພ້ອມ​ສູ້​ຮົບ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ