ສຳ​ນັກ​ງານ​ຜູ້​ຕາ​ງ​ໜ້າ ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ

(VOVWORLD) -ຕອນບ່າຍວັນທີ 11 ທັນວາ, ຢູ່ນະຄອນດ່ານັ້ງ, ໄດ້ດຳເນີນການໂອ້ລົມສົນທະນາ “ພ້ອມກັບບັນດາທ້ອງຖິ່ນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ” ລະຫວ່າງເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳຢູ່ຕ່າງປະເທດ ກັບບັນດາແຂວງທາງພາກກາງ. 

ສຳ​ນັກ​ງານ​ຜູ້​ຕາ​ງ​ໜ້າ ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ - ảnh 1

ການໂອ້ລົມສົນທະນາ “ພ້ອມກັບບັນດາທ້ອງຖິ່ນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ” 

ນະທີ່ນີ້, ການນຳບັນດາແຂວງ, ນະຄອນຢູ່ພາກກາງ ມີຄວາມປາດຖະໜາຢາກໃຫ້ ບັນດາສຳນັກງານຜູ້ຕາງໜ້າຂອງກະຊວງການຕ່າງປະເທດ ຫວຽດນາມປະຈຳຢູ່ຕ່າງປະເທດ ເອົາໃຈໃສ່ໜູນຊ່ວຍບັນດາທ້ອງຖິ່ນໄດ້ສຳຜັດກັບບັນດານັກລົງທຶນຍຸດທະສາດ, ບັນດາກຸ່ມບໍລິສັດຂ້າມຊາດ, ທີ່ມີກຳລັງຄວາມສາມາດດ້ານການເງິນ, ເຕັກໂນໂລຢີກ້າວໜ້າ ໃນບັນດາຂົງເຂດນຳໜ້າການປະຕິວັດອຸດສາຫະກຳ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ທ່ານ ບຸຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າບັນດາຫົວໜ້າສຳນັກງານຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ປະຈຳຕ່າງປະເທດຈະມີການພົວພັນ ແລກປ່ຽນໜູນຊ່ວຍ, ຮັບໃຊ້ຄວາມຕ້ອງການດ້ານການຮ່ວມມືສາກົນກໍ່ຄືຢາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

        ເນື່ອງໃນໂອກາດນີ້, ຄະນະຫົວໜ້າສຳນັກງານຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ປະຈຳຢູ່ຕ່າງປະເທດ ໄດ້ໜູນຊ່ວຍເງິນນຈຳນວນ 300 ລ້ານດົ່ງ ເພື່ອຊ່ວຍເຫຼືອນະຄອນານັ້ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ