ສ.ເກົາຫລີ ວາງຄາດໝາຍນຳ ອາຊຽນ ກາຍເປັນຕະຫລາດສົ່ງອອກໃຫຍ່

ສ.ເກົາຫລີ ວາງຄາດໝາຍນຳ ອາຊຽນ ກາຍເປັນຕະຫລາດສົ່ງອອກໃຫຍ່ - ảnh 1
ພາບປະກອບ: internet


(vovworld) - ວັນ​ທີ 16/10, ແຈ້ງ​ການ​ຂອງ​ກະຊວງ​ເສດຖະກິດພູມ​ປັນຍາ ສ​ເກົາຫລີ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ຈະ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ບັນດາ​ປະ​ເທດ​​ໃນ​ກຸ່ມ ອາ​ຊຽນ, ຊຶ່ງ​ແມ່ນສ່ວນ​ຫນຶ່ງ​ຂອງ​ຄວາມ​ມານະ​ພະຍາຍາມ​ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ສະພາບ​ເສດຖະກິດ​ທົ່ວ​ໂລກ​ຖືກ​ຊຸດ​ໂຊມ. ຕາມ​ຂໍ້​ສັງ​ເກດ​ຂອງ​ກະຊວງ​ດັ່ງກ່າວ​ແລ້ວ, ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ​ຢູ່​ພາກ​ພື້ນ​ນຳ​ໃຊ້​ສະກຸ​ນ​ເງິນ​ເອີ​ໂຣ, ຄວາມ​ຕ້ອງການ​ສົ່ງ​ອອກ​ສິນຄ້າຂອງ ສ​ເກົາຫລີ​ໄປ​ຍັງ ​ເອີ​ລົບ ກໍ​ຄື​ໃນ​ຕະຫລາດ​ທົ່ວ​ໂລກ​ຫລຸດ​ລົງ​ຢ່າງ​ແຮງ. ຕາມ​ຕົວ​ເລກ​ສະຖິຕິ​​ໃຫ້​ຮູ້​ວ່າ: ສິນຄ້າ ສ​ເກົາຫລີ ສົ່ງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ​ໃນ 9 ​ເດືອນ​ຕົ້ນ​ປີ​ນີ້ ​ແມ່ນ​ຫລຸດ​ລົງ 1,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີກ​າຍ. ​ໃນ​ຂະນະ​ນັ້ນ, ອັດຕາ​ສ່ວນ​ສິນຄ້າ​ຂອງ ສ​ເກົາຫລີ ​ສົ່ງ​ໄປ​ຂາຍ​ຢູ່ 10 ປະ​ເທດ ສະມາຊິກ ອາ​ຊຽນ ຍັງ​ຄົງ​ເພີ່ມ​ຂຶ້ນ​ ຈາກ​ລະດັບ​ເກືອບ 11%​ໃນ​ປີ 2010 ຂຶ້ນ​​ເຖິງ 11,6% ​ໃນ​ປີ 2011 ​ແບະ ບັນລຸ​ກວ່າ 12% ​ໃນ​ປະຈຸ​ບັນ. ສະ​ນັ້ນ ​ກະຊວງ ເສດຖະກິດພູມ​ປັນຍາ ສ​ເກົາຫລີ ​ຕີ​ລາ​ຕາ​ວ່າ: ເລື່ອງ​ຕັ້ງຫນ້າ​ເປີດ​ກ້ວາງ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ແມ່ນ​ບາດກ້າວ​​ເດີນ​ອັນຖືກຕ້ອງ​ເພື່ອ​ຮັກສາ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ ສ​ເກົາຫລີ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ