ປະຊາຊົນ ສ. ເກົາຫຼີ ໃນວັນທີ 19/6
(ພາບ: AFP/TTXVN)
|
(vovworld) – ສ. ເກົາຫຼີ ຢັ້ງຢືນ 2 ຄົນເສຍຊີວິດ ແລະ 3 ຄົນຕິດເຊື້ອພະຍາດ MERS ຕື່ມອີກ, ອັນໄດ້ຍົກຍອດຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດ MERS ຢູ່ປະເທດນີ້ຂຶ້ນເຖິງ 27 ຄົນ ແລະ ຜູ້ຕິດເຊື້ອພະຍາດນີ້ຂຶ້ນເຖິງ 172 ຄົນນັບແຕ່ເວລາໂລກພະຍາດນີ້ເກີດຂຶ້ນຢູ່ປະເທດນີ້ໃນວັນທີ 20/5. ກະຊວງສາທາລະນະສຸກ ສ. ເກົາຫຼີ ໃຫ້ຮູ້ວ່າກ່ວາ 90% ຈຳນວນຄົນເຈັບເສຍຊີວິດແມ່ນຜູ້ອາຍຸສູງ ຫຼື ຜູ້ພວມຕິດພະຍາດຕ່າງໆ ແລະ ບັນດາຄົນເຈັບນັ້ນມີອາການໜັກກ່ວາເມື່ອຕິດພະຍາດ MERS. ບັນດາກໍລະນີຕິດ MERS ລ້ວນແຕ່ແມ່ນບັນດາຜູ້ ຖືກສົງໄສມີການສຳພັດກັບຜູ້ຕິດ MERS ແລະ ກະຊວງດັ່ງກ່າວກໍ່ຖືວ່າບໍ່ທັນມີກໍລະນີຕິດແປດໃດໆເກີດຂຶ້ນໃນວົງຄະນະຍາດ ໃນຂະນະທີ່ບັນດາກໍລະນີຕິດແປດລ້ວນແຕ່ເກີດຂຶ້ນໃນໂຮງໝໍ.