ຫວຽດນາມຊົມເຊີຍຟີລີບປີນແກ້ໄຂບັນຫາຊາວປະມົງຢ່າງມະນຸດສະທຳ

ຫວຽດນາມຊົມເຊີຍຟີລີບປີນແກ້ໄຂບັນຫາຊາວປະມົງຢ່າງມະນຸດສະທຳ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ
ພາບ:internet

(vovworld)- ໃນ​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃນ​ວັນ​ທີ 3/11, ຢູ່​ຮ່າ​ໂນ້ຍ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໄດ້​ຕອ​ບ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຊື່ງ​ສື່ມວນ​ຊົນ​ມີ​ຄວາມ​ສົ​ນ​ໃຈ. ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຂ່າວ​ຄາວ​ທີ່​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຟ​ີ​ລີບ​ປີນ ຕົກ​ລົງ​ປ່ອຍ​ຕົວ​ໃຫ້​ຊາວ​ປະ​ມົງ​ຫວຽດ​ນາມ 17 ຄົນ ກັບ​ຄືນ​ເມືອ​ປະ​ເທດ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ຊົມ​ເຊີຍ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ ໄດ້​ແກ້​ໄຂ​ບັນ​ຫາ​ກຳ​ປັ່ນ, ຊາວ​ປະ​ມົງ ບົນ​ຈິດ​ໃຈ​ມະ​ນຸດ​ສະ​ທຳ.

ກ່ຽວ​ກັບ​ງານ​ພົບ​ປະ​ຊາວ​ຫນຸ່ມ ຫວຽດ​ນາມ ຈີນ ຄັ້ງ​ທີ 3 ຊື່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຫາຍ​ບີງ ໃຫ້​ຮູ້​ວ່າ: ງານ​ພົບ​ປະ​ດັ່ງ​ກ່າວ ຈະ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ ແຕ່​ວັນ​ທີ 7-10/11/2016. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ລຸ້ນ​ຫນຸ່ມ​ຂອງ​ຫວຽດ​ນາມ ແລະ​ຈີນ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. 


ຕອບກັບ

ຂ່າວ/ບົດ​ອື່ນ