ຫວຽດນາມຖືເປັນສຳຄັນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບກັບຈີນ
ທ່ານດິງເທ້ຮີງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ຂົງຊຽວຢຸງ ເຂົ້າຢ້ຽມຄຳນັບ |
(vovworld)- ວັນທີ 5/10, ຢູ່ຮ່າໂນ້ຍ, ທ່ານດິງເທ້ຮີງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ຂົງຊຽວຢຸງ ເຂົ້າຢ້ຽມຄຳນັບ. ທ່ານດິງເທ້ຮີງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ຊີ້ແຈ້ງວ່າ : ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍຖືເປັນສຳຄັນການປັບປຸງ, ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ. ທ່ານດິງເທ້ຮີງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມສະເໜີ 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂັ້ນສູງ, ຍູ້ແຮງການພົວພັນແລກປ່ຽນປະຊາຊົນ. ສ່ວນທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ຂົງຊຽວຢຸງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຈີນຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ຫວັງພ້ອມກັບຝ່າຍຫວຽດນາມຮັກສາການພົວພັນແລກປ່ຽນຂັ້ນສູງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງສົດໃສ, ເປັນປົກກະຕິໃນໄລຍະທີ່ຈະມາເຖິງ.