ຊຸດບຳລຸງສ້າງຍົກສູງວິຊາສື່ມວນຊົນ
(ພາບ:baomoi.com)
(vovworld) – ວັນທີ 25/5, ທີ່ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ເປີດການສອນ “ທັກສະໃນການວິຈານຂ່າວສັ້ນ” ໃຫ້ແກ່ນັກຂ່າວ 41 ຄົນທີ່ມາຈາກບັນດາອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນຂອງ ລາວ. ແຕ່ປີ 2012 ເຖິງປະຈຸບັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ເປີດ 9 ຊຸດບຳລຸງສ້າງຍົກສູງວິຊາສື່ມວນຊົນໃຫ້ແກ່ນັກຂ່າວຂອງ ລາວ ກວ່າ 300 ຄົນ.