ຫວຽດ​ນາມ​ພັດ​ທະ​ນາ​ການ​ເຄື່ອນ​ໄຫວ​ຊຳ​ລະແບບ​ບໍ່​ໃຊ້​ເງິນ​ສົດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫາກໍ່ອະນຸມັດຜ່ານການຜັນຂະຫຍາຍທົດລອງການໃຊ້ບັນຊີໂທລະຄົມມະນາຄົມໃນການຊຳລະເງິນໃນການຊື້ຂາຍສິນຄ້າ, ການບໍລິການທີ່ມີມູນຄ່ານ້ອຍ (Mobile - Money)
ຫວຽດ​ນາມ​ພັດ​ທະ​ນາ​ການ​ເຄື່ອນ​ໄຫວ​ຊຳ​ລະແບບ​ບໍ່​ໃຊ້​ເງິນ​ສົດ - ảnh 1ພາບປະກອບ: baochinhphu.vn

ເປົ້າໝາຍປະຕິບັດການທົດລອງແມ່ນວິສາຫະກິດທີ່ມີໃບອະນຸຍາດເຄື່ອນໄຫວການສະໜອງການບໍລິການໃນການຊຳລະຜ່ານກະເປົາເງິນ ເອເລັກໂຕນິກ ແລະ ໃບອະນຸຍາດສ້າງຕັ້ງເຄືອຂ່າຍໂທລະຄົມມະນາຄົມສາທາລະນະຢູ່ໜ້າດິນ. ບັນດາວິສາຫະກິດປະຕິບັດການທົດລອງຕ້ອງໄດ້ຮັບການບຸລິມະສິດການຜັນຂະຫຍາຍທົດລອງການບໍລິການ Mobile – Money ຢູ່ບັນດາບໍລິເວນຂຶ້ນກັບເຂດຊົນນະບົດ, ເຂດຫ່າງໄກ່ສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະຂອງ ຫວຽດນາມ.

ເລື່ອງອະນຸຍາດໃຫ້ຜັນຂະຫຍາຍທົດລອງການບໍລິການ Mobile – Money ແມ່ນເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາການເຄື່ອນໄຫວຊຳລະແບບບໍ່ໃຊ້ເງິນສົດ, ເພີ່ມທະວີການສຳຜັດ ແລະ ນຳໃຊ້ບັນດາການບໍລິການດ້ານການເງິນ, ສວຍໃຊ້ພື້ນຖານໂຄງລ່າງ, ຂໍ້ມູນ, ເຄືອຂ່າຍໂທລະຄົມມະນາຄົມ, ຫຼຸດຜ່ອນບັນດຄ່າໃຊ້ຈ່າຍທາງສັງຄົມ ເພື່ອພັດທະນາ, ເປີດກ້ວາງຊ່ອງທາງຊຳລະທີ່ບໍ່ໃຊ້ເງິນສົດໃນໂທລະສັບມືຖື, ອັນໄດ້ນຳຄວາມສະດວກມາໃຫ້ຜູ້ຊົມໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ