ຫວຽດນາມອວຍພອນໄຊຊະນະຂອງການເລືອກຕັ້ງສະພາຕ່ຳຢູ່ຍີ່ປຸ່ນ

ຫວຽດນາມອວຍພອນໄຊຊະນະຂອງການເລືອກຕັ້ງສະພາຕ່ຳຢູ່ຍີ່ປຸ່ນ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາ​ຍ​ບີ່ງ

(vovworld) – ວັນ​ທີ 16/12, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາ​ຍ​ບີ່ງ ຕອບ​ຄຳ​ຖາມ​​ຕໍ່​ນັກ​ຂ່າວ​ດ້ວຍ​ເນື້ອ​ໃນ​ວ່າ: ຫວຽດ​ນາມ ອວຍ​ພອນ​ໄຊ​ຊ​ະ​ນະ​ຂອ​ງ​ສ​ຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ (LDP) ແລະ ພັກຍຸ​ຕິ​ທຳໃນ​ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ​ທີ​ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສ​ຳ​ພັນ​ທະ​ມິດ​ກຳ​ອຳ​ນາດ, ປະ​ເທດ ຍີ່​ປຸ່ນ​ຈະ​ສືບ​ຕໍ່​ພັດ​ທະ​ນາ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ​ເລິກ​ເຊິ່ງ, ກ້​ວາງ​ຂວາງນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ປັບ​ປຸງ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.


ຂ່າວ/ບົດ​ອື່ນ