ການປະຊຸມຂ່າວກ່ຽວກັບເວທີປາໄສວິສາຫະກິດອາຊຽນ-ຈີນຄັ້ງທີ 7 |
(vovworld)- ເວທີປາໄສວິສາຫະກິດໜຸ່ມ ອາຊຽນ-ຈີນຄັ້ງທີ 7 ໄດ້ຖືກໄຂຂຶ້ນໃນວັນທີ 6/8 ຢູ່ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງນັກທຸລະກິດກວ່າ 400 ຄົນທີ່ມາຈາກ 10 ປະເທດອາຊຽນ ແລະ ຈີນ, ໃນນັ້ນມີນັກທຸລະກິດໜຸ່ມ 21 ຄົນຂອງຫວຽດນາມ. ໃນການເຄື່ອນໄຫວເປັນເວລາ 2 ວັນ, ບັນດານັກທຸລະກິດໜຸ່ມອາຊຽນ ແລະ ຈີນໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການເຈລະຈາກ່ຽວກັບການຮ່ວມມືດຳເນີນທຸລະກິດ, ພິເສດແມ່ນປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງປະຊາຄົມເສດຖະກິດອາຊຽນ. ພ້ອມກັນນັ້ນ, ເວທີປາໄສຍັງປະກອບສ່ວນເພີີ່ມທະວີການຮ່ວມມືຂ້າມຊາດລະຫວ່າງບັນດາປະເທດສະມາຊິກ, ປຶກສາຫາລືກ່ຽວກັບບັນດາບັນຫາທີ່ແຕກຕ່າງກັນ….