ຫວຽດນາມເພີ່ມທະວີການສົ່ງເສີມການຄ້າ,ໂຄສະນາການທ່ອງທ່ຽວຢູ່ລັດເຊຍ
(ການປະຊຸມຂ່າວເພື່ອໂຄສະນາຄວາມສາມາດ
ບົ່ມຊ້ອນດ້ານການທ່ອງທ່ຽວ ແລະ ປະເທດຊາດ, ຊາວຫວຽດນາມ)
(vovworld) - ໃນລະຫວ່າງວັນທີ 23 – 26/03, ມີບໍລະສັດທ່ອງທ່ຽວຫວຽດນາມ 8 ແຫ່ງໄດ້ພ້ອມກັບບັນດາບໍລິສັດທ່ອງທ່ຽວທີ່ມີຊື່ສຽງໃນທົ່ວໂລກເຂົ້າຮ່ວມເຫດການ “ບໍລິສັດທ່ອງທ່ຽວ ແລະ ທ່ອງທ່ຽວ” (MITT) – ງານຕະຫຼາດນັດວາງສະແດງການທ່ອງທ່ຽວສາກົນມົດສະກູ ຄັ້ງທີ 23, ເຊິ່ງດຳເນີນຢູ່ສູນວາງສະແດງ Exportcenter. ຢູ່ທີ່ນີ້, ຄະນະຜູ້ແທນຫວຽດນາມ ໄດ້ຈັດການປະຊຸມຂ່າວເພື່ອໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະ ປະເທດຊາດ, ຊາວຫວຽດນາມ ເຖິງບັນດາວິສາຫະກິດທ່ອງທ່ຽວ, ຜູ້ຕາງໜ້າສຶ່ືມວນຊົນລັດເຊຍ ແລະ ສາກົນ. ໃນໄລຍະເຂົ້າຮ່ວມງານຕະຫຼາດນັດ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ກໍຈະພົບປະ, ຕ້ອນຮັບບັນດາຄູ່ຮ່ວມມືເຊິ່ງແມ່ນອົງການຄຸ້ມຄອງການທ່ອງທ່ຽວຢູ່ບາງປະເທດ, ສະມາຄົມທ່ອງທ່ຽວລັດເຊຍ ພ້ອມກັບບັນດາວິສາຫະກິດສາກົນ. ທ່ານຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຫງວຽນກ໋ວກຮືງ ໃຫ້ຮູ້ວ່າ.
“ປີນີ້, ບັນດາວິສາຫະກິດທ່ອງທ່ຽວຫວຽດນາມ ຢູ່ງານຕະຫຼາດນັດລ້ວນແຕ່ວາງສະແດງຮ່ວມ, ເພື່ອສະແດງໃຫ້ເຫັນການທ່ອງທ່ຽວຫວຽດນາມ ເປັນເອກະພາບ, ສາມັກຄີ, ເຂັ້ມແຂງ ແລະ ພັດທະນາ. ພວກຂ້າພະເຈົ້າກໍໄດ້ແນະນຳໃຫ້ບັນດານັກທ່ອງທ່ຽວລັດເຊຍ ປະເທດຫວຽດນາມ ທີ່ປອດໄພ, ສະໜິດສະໜົມ, ຮັກແພງແຂກຄົນ. ພິເສດ, ເລື່ອງພວກຂ້າພະເຈົ້າຖະແຫຼງກັບບັນດາອົງການຄຸ້ມຄອງການທ່ອງທ່ຽວລັດເຊຍ, ນັກທ່ອງທ່ຽວລັດເຊຍວ່າ ບັນດາອົງການຄຸ້ມຄອງ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນຄວາມສະຫງົບປອດໄພໃຫ້ນັກທ່ອງທ່ຽວລັດເຊຍ, ສານດັ່ງກ່າວໄດ້ຮັບການຮັບຮູ້ຈາກຝ່າຍລັດເຊຍ ຢ່າງຕັ້ງໜ້າ”.