ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືສາກົນໃນການປົກປ້ອງສັດປ່າ

ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືສາກົນໃນການປົກປ້ອງສັດປ່າ - ảnh 1
ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ອາ​ເມ​ລິ​ກາ Sally Jewell ທີ່​ການ​ປະ​ຊຸມ​ຂ່າວ
(ພາບ: dantri.com.vn)

(vovworld) –  ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນ ຫວຽດ​ນາມ ໃນ​ຕອນ​ບ່າຍ​ວັນ​ທີ 30/6, ຢູ່​ຮ່າ​ໂນ້ຍ, ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 29/6 – 1/7/2015, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ອາ​ເມ​ລິ​ກາ Sally Jewell ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ຫວຽດ​ນາມ ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ການ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ອາດ​ສາ​ມາດ​ເຮັດ​ວຽກ​ນຳ​ກັນ​ເພື່ອ​ຕ້ານ​ຄືນ​ການ​ຄ້າ​ຂາຍ​ສັດ​ປ່າ​ຢ່າງ​ຜິ​ດ​ກົດ​ໝາຍ. ຕາມທ່ານ​ນາງ Sally Jewell ແລ້​ວ, ໄພ​ຄ້າ​ຂາຍ​ສັດ​ປ່າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ໂລກ. ເມື່ອ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ 2 ປະ​ເທດ​ໃນ​ການ​ປະ​ກອບ​ສ່ວນ​ໃຫ້​ຢຸດ​ຕິ​ການ​ຄ້າ​ຂ​າຍ​ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍນັ້ນ, ທ່ານ​ນາງ Sally Jewell ໃຫ້​ຂໍ້​ສັງ​ເກດ​ວ່າ: ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ຄຳ​ສັ່ງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ຂາຍ​ສັດ​ປ່າ. ໃນ​ການ​ເຮັດ​ວຽກ​ຄັ້ງ​ຕ່າງໆ, ບັນ​ດາ​ເຈົ້າ​ໜ້າ​ທີ່ ຫວຽດ​ນາມ ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ການ​ປ​ະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ການ​​ຄ້າຂາຍ​ເຖື່ອນ​ສັດ​ປ່າ.


ຂ່າວ/ບົດ​ອື່ນ