ທ່ານນາງ ຫງວຽນເຟືອງງາ
ພາບ:baophapluat
|
(vovworld)- ແຕ່ວັນທີ 8-16/10, ຢູ່ ສຳນັກງານຂອງ ສປຊ ໄດ້ດຳເນີນວາລະປຶກສາຫາລືຮ່ວມຂອງ ຄະນະກຳມະການຫລຸດຜ່ອນອາວຸດ ແລະ ຄວາມສະຫງົບປອດໄພສາກົນ ໃນຂອບເຂດສະໄຫມປະຊຸມຄັ້ງທີ 70 ຂອງ ສະມັດຊາໃຫຍ່ ສປຊ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ ຫງວຽນເຟືອງງາ, ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ປະຈຳ ສປຊ ຊີ້ແຈ້ງວ່າ: ຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນສະຫນັບສະຫນູນ ການຫລຸດຜ່ອນອາວຸດຢ່າງຮອບດ້ານ ແລະ ສຸດຂີດ, ຕ້ານການແຜ່ຂະຫຍາຍ, ເປັນຕົ້ນແມ່ນ ອາວຸດນິວເຄຼຍ ແລະ ອາວຸດລ້າງຜານ. ທ່ານນາງ ຫງວຽນເຟືອງງາ ເນັ້ນຫນັກວ່າ: ບົດບາດສຳຄັນຂອງບັນດາຫລັກການພື້ນຖານຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ, ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ພ້ອມກັບບັນດາປະເທດສູ້ຊົນເພື່ອຈຸດໝາຍລວມກ່ຽວກັບການຫລຸດຜ່ອນອາວຸດ, ນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບແລະ ປະຕິບັດບັນດາພັນທະກ່ຽວຂ້ອງຢ່າງເຂັ້ມງວດ.