ຫວຽດນາມ - ກຸຍບາ ເຫັນດີຊຸກຍູ້ດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ

ຫວຽດນາມ - ກຸຍບາ ເຫັນດີຊຸກຍູ້ດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ - ảnh 1
(ພາບປະກອບ)

(vovworld) –  ​ໃນ​ລະຫວ່າງ​ວັນ​ທີ 21 ຫາ 24/06, ຄະນະ​ຜູ້​ແທນ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ​ເຈີ​ນຕວນ​ແອ​ງ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ້ກຸຍ​ບາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ, ກາ​ນຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ. ທີ່​ການ​ເຮັດ​ວຽກກັບ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳກຸຍ​ບາ Eloy Alvarez, ​ທ່ານ​ຮອງ​ລັດຖະມົນຕີ ​ເຈີ​ນຕວນ​ແອ​ງ ຢືນຢັນ​ວ່າ ບົດ​ບັນທຶກ​ຊ່ວຍຈຳຮ່ວມ​ມື​ດ້ານ​ອຸດສາຫະກຳ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ກະຊວງ​ໃນ​ຂອບ​ເຂດ​ການ​ຢ້ຽມຢາ​ມກຸຍ​ບາ ຢ່າງ​ເປັນ​ທາງການຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເມື່ອ​ຕົ້ນ​ປີ 2014 ​ຜ່ານ​ມາແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດ​ອຸດສາຫະກຳ​ເວົ້າ​ລວມ. ສ່ວນ​ທ່ານຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳກຸຍ​ບາ Eloy Alvarez ຢືນຢັນ​ວ່າ ກຸຍ​ບາ ຈະສືບ​ຕໍ່​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະດວກ​ກ່ວາ​ອີກ ​ເພື່ອ​ໃຫ້ການ​ພົວພັນ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ລະຫວ່າງ 2 ປະ​ເທດ​ບັນລຸ​ຜົນ​ງານຢ່າງ​ຕັ້ງໜ້າ​ໃນ​​ໄລຍະ​ຈະ​ມາ​ເຖິງ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານຮອງ​ລັດຖະມົນຕີ ​ເຈີ​ນຕວນ​ແອ​ງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ການ​ຄ້າ​ຕ່າງ​ປະ​ເທດ ​ແລະ ການລົງທຶນ​ຕ່າງປະ​ເທດ​ກຸຍບາ.

ຂ່າວ/ບົດ​ອື່ນ