(vovworld) - ຕອນບ່າຍວັນທີ 25/2, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງຄັ້ງທີ 22 ຂອງ ສະພາສິດທິມະນຸດ ສະຫະປະຊາຊາດ ຢູ່ ເຊີວິດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິນມິນ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຊີ້ແຈງວ່າເ ໂລກ ພວມຕ້ອງປະເຊີນໜ້າກັບບັນດາການທ້າທາຍນັບມື້ນັບສັບສົນ, ຍາກຈະຄາດຄະເນໄດ້ກ່ຽວກັບສິດທິມະນຸດ. ທ່ານໄດ້ຢັ້ງຢືນສິ່ງດັ່ງກ່າວຈະແຈ້ງກ່ວາໃນສະພາບການວິກິດການເສດຖະກິດສືບຕໍ່ສົ່ງຜົນສະທ້ອນຢ່າງແຮງ ເຖິງເລື່ອງຮັບປະກັບສິດທິມະນຸດຢູ່ບັນດາປະເທດເກືອບທັງໝົດ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍ່ໄດ້ສະແດງຄວາມວິຕົກວັງວົນ ກ່ຽວກັບສະພາບການຂາດສະຖຽນລະພາບດ້ານການເມືອງ, ເສີກກາງເມືອງ, ການປະທະກັນດ້ານເຊື້ອຊາດຜິວພັນ, ພິເສດແມ່ນການໃຊ້ຄວາມຮຸນແຮງພວມເພີ່ມຂຶ້ນຢູ່ຫຼາຍບ່ອນ ທີ່ພວມວາງອອກບັນດາການທ້າທາຍຢ່ງໜັກໜ່ວງຕໍການຮັບປະກັນສິດຂອງພົນລະເມືອງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິນມິນ ເນັ້ນໜັກນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຮັບປະກັນສິດທິມະນຸດຂອງ ລັດ ຫວຽດນາມ ແມ່ນເລີ່ມມາຈາກຄວາມຮັບຮຸ້ຖືສິດທິມະນຸດແມ່ນຄຸນຄ່າລວມຂອງມະນຸດ, ມີຕົ້ນກຳເນີດຈາກມູນເຊື້ອປະຫວັດສາດ, ວັດທະນະທຳນັບພັນປີຂອງຊາດ. ທ່ານລັດຖະມົນຕີ ກໍ່ຊີ້ແຈງນະໂຍບາຍ, ກົດໝາຍ, ຜົນງານກ່ຽວກັບການຮັບປະກັນສິດທິມະນຸດຢູ່ ຫວຽດນາມ ພ້ອມທັງຢັ້ງຢືນນະໂຍບາຍເພີ່ມທະວີການປະກອບສ່ວນ ແລະ ຮ່ວມມືສາກົນຂອງ ຫວຽດນາມ ໃນຂົງເຂດສິດທິມະນຸດ, ພິເສດແມ່ນການໂອ້ລົມສົນທະນາສິດທິມະນຸດ ກັບຫຼາຍປະເທດ, ເຂົ້າຮ່ວມບັນດາສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດເກືອບທັງໝົດ. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ຢັ້ງຢືນອີກເທື່ອໜຶ່ງວ່າ: ຫວຽດນາມ ຕັດສິນສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດສະຫະປະຊາຊາດອາຍຸການ 2014 -2016.