ຫວຽດນາມ ຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານພັດທະນາກັບອາເມລິກາຢ່າງແທດຈິງ ແລະ ມີປະສິດທິຜົນ
(VOVWORLD) -ຕອນບ່າຍວັນ 5 ກຸມພາ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງກະຊວງການເງິນ ອາເມລິກາ ໂດຍທ່ານ Michell Silk, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງການເງິນອາເມລິກາ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ Michell Silk, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງການເງິນອາເມລິກາ (ພາບ: TTXVN) |
ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກໄດ້ຢັ້ງຢືນວ່າ ພັກ, ລັດ ຫວຽດນາມຖືເປັນສຳຄັນການພົວພັນກັບອາເມລິກາ, ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງການເຕີບໂຕ, ວຽກເຮັດງານທຳໃຫ້ແກ່ທັງສອງປະເທດ, ໃນນັ້ນ ຜົນສຳເລັດຂອງການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ ແມ່ນກຳລັງໜູນຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ສ່ວນທ່ານ Michell Silk ຢັ້ງຢືນຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມເດີນທາງ, ສົມທົບກັບພັກ, ລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.