ຫວຽດນາມ ຮ່ວມມືກັບບັນດາປະເທດເພື່ອແກ້ໄຂຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ
(VOVWORLD) -ທ່ານ ເອກອັກຄະລັດຖະທູດ ໄດ້ເຮັດໃຫ້ແຈ້ງສະພາບການໃນເວລາມໍ່ໆມານີ້, ໃນນັ້ນມີບັນດາເຫດລ່ວງລະເມີດເຂດເສດຖະກິດພິເສດ, ໄຫຼ່ທະວີບຂອງ ຫວຽດນາມ ຢ່າງຮ້າຍແຮງ.
ທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ຕອບສຳພາດກັບນັກຂ່າວ (ພາບ: TTXVN) |
ຫວຽດນາມ ຮ່ວມມືກັບບັນດາປະເທດເພື່ອແກ້ໄຂຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີນີ້ແມ່ນຄຳຢັ້ງຢືນຂອງ ທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ໃນການບັນລະຍາຍຢູ່ມະຫາວິທະຍາໄລ Joaquim Chissano ດ້ວຍຫົວຂໍ້ວ່າ “ສະພາບການຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ” ໃນວັນທີ 15 ສິງຫາ. ທ່ານ ເອກອັກຄະລັດຖະທູດ ໄດ້ເຮັດໃຫ້ແຈ້ງສະພາບການໃນເວລາມໍ່ໆມານີ້, ໃນນັ້ນມີບັນດາເຫດລ່ວງລະເມີດເຂດເສດຖະກິດພິເສດ, ໄຫຼ່ທະວີບຂອງ ຫວຽດນາມ ຢ່າງຮ້າຍແຮງ, ເນັ້ນໜັກເຖິງຄວາມມານະພາຍາຍາມຂອງ ຫວຽດນາມ ໃນການຮ່ວມມືກັບບັນດາປະເທດເພື່ອແກ້ໄຂບັນດາຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
ສ່ວນການພົວພັນກັບ ອາຊຽນ ແລະ ບັນປະເທດ, ທ່ານ ເອກອັກຄະລັດຖະທູດຢັ້ງຢືນວ່າ ຫວຽດນາມມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການຕ່າງປະເທດທີ່ມີຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເປີດກ້ວາງ, ຫັນການພົວພັນສາກົນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ.