ຫວຽດນາມ ແລະ ລາວ ລົງນາມໃນສັນຍາການຄ້າ
ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ວູ້ຮຸຍຮ່ວາງ ແລະ ທ່ານນາງລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າລາວ ເຂັມມະນີພົນເສນາ ໄດ້ລົງນາມໃນສັນຍາການຄ້າລະຫວ່າງລັດຖະບານຂອງ 2 ປະເທດ |
(vovworld)- ຕອນເຊົ້າວັນທີ 3/3, ຢູ່ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຈາກທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດເລັ່ງສະຫວັດ, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ວູ້ຮຸຍຮ່ວາງ ແລະ ທ່ານນາງລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າລາວ ເຂັມມະນີພົນເສນາ ໄດ້ລົງນາມໃນສັນຍາການຄ້າລະຫວ່າງລັດຖະບານຂອງ 2 ປະເທດ. ດ້ວຍສັນຍານີ້, ຫວຽດນາມ ແລະ ລາວຈະລົບລ້າງພາສີອາກອນໃຫ້ແກ່ກວ່າ 95% ຈຳນວນປະເພດສິນຄ້າ ທີ່ມີຕໍ່ສິນຄ້າທີ່ມີຕົ້ນກຳເນີດຈາກ 2 ປະເທດ. ພ້ອມກັນນັ້ນ, 2 ຝ່າຍໝັ້ນໝາຍສືບຕໍ່ຊຸກຍູ້ການຫັນເປັນເສລີໃນຂົງເຂດການຄ້າການບໍລິການ. ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ວູ້ຮຸຍຮ່ວາງ ໃຫ້ຮູ້ວ່າ :
“ ສັນຍາຄັ້ງນີ້ ຈະຕອບສະໜອງຕາມການກຳນົດໃນຄຳໝັ້ນສັນຍາການຄ້າລະຫວ່າງລາວ-ຫວຽດນາມກັບປະຊາຄົມໂລກ ໂດຍຜ່ານບັນດາຂໍ້ຕົກລົງດ້ານເສດຖະກິດ, ການຄ້າ, ໂດຍສະເພາະແມ່ນໃນຂອບເຂດສັນຍາຂອງ WTO ແລະ ກຸ່ມອາຊຽນ. 2 ປະເທດມີແຜນນະໂຍບາຍຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ 2 ຝ່າຍກໍຄືຫຼາຍຝ່າຍ, ເປັນຕົ້ນແມ່ນໃນສະພາວະທີ່ປະຊາຄົມອາຊຽນຈະໄດ້ຮັບການສ້າງຕັ້ງໃນວັນທີ 31/12/2015 ”