( ພາບປະກອບ )
(vovworld) - ວັນທີ 15/8, ທະນາຄານການຄ້າຫຸ້ນສ່ວນໄຊງ່ອນ - ຮ່າໂນ້ຍ SHB ຈັດ ພິທີເປີດສະໜອງສາຂາຢູ່ແຂວງຈຳປະສັກ, ທາງພາກໃຕ້ຂອງລາວ. ນີ້ແມ່ນທະນາຄານ ຫວຽດນາມ ແຫ່ງທຳອິດທີ່ເປີດຫ້ອງການຕາງໜ້າຢູ່ແຂວງຈຳປະສັກ ແລະ ແມ່ນທະນາຄານທີ 4 ເຄື່ອນໄຫວຢູ່ລາວ. ກ່າວຄຳເຫັນທີ່ພິທີເປີດສະໜອງ, ທ່ານ Nguyen Van Le ຜູ້ອຳນວຍການໃຫຍ່ SHB ໃຫ້ຮູ້ວ່າ SHB ຈະນຳບັນດາຜະລິດຕະພັນ, ການບໍລິການທະນາຄານທີ່ສະດວກ ແລະ ມີຄຸນນະພາບ ມາໃຫ້ບັນດາວິສາຫະກິດ ແລະ ປະຊາຊົນລາວ. SHB ຈະຮຽງບ່າຮຽນໄຫຼ່ ແລະ ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ພິເສດແມ່ນລູກຄ້າ ແລະ ຄູ່ຮ່ວມມືຍຸດທະສາດຂອງ SHB ທີ່ພວມລົງທຶນຢູ່ລາວ.