ໂຮງງານໄຟຟ້ານິວຄະເລຍ
(ພາບປະກອບ)
(vovworld) - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ທັງເປັນຜູ້ຕ່າງໜ້າຖາວອນຫວຽດນາມ ປະຈຳອົງການພະລັງງານປາລະມະນູສາກົນ (IAEA), Nguyen Thiep ຫາກໍ່ຍື່ນສານຕາຕັ້ງຂຶ້ນຕໍ່ຜູ້ອຳນວຍການໃຫຍ່ IAEA Yukiya Amano. ຜູ້ອຳນວຍການໃຫຍ່ Yukiya Amano ຢືນຢັນວ່າ IAEA ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ຊ່ວຍເຫຼືອຫວຽດນາມ ໃນຂົງເຂດນີ້, ພິເສດແມ່ນບັນຫາຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານນິວຄະເລຍ, ຊ່ວຍຫວຽດນາມ ຮັກສາລະດັບເຕີບໂຕທາງດ້ານເສດຖະກິດ, ພ້ອມທັງຕອບສະໜອງຄວາມຮຽກ ຮ້ອງພັດທະນາຢ່າງໝັ້ນຄົງ.
ສ່ວນທ່ານເອກອັກຄະລັດຖະທູດ Nguyen Thiep ກໍ່ຢືນຢັນເຖິງການສະໜັບສະໜູນຂອງຫວຽດນາມ ທີ່ມີຕໍ່ບົດບາດສຳຄັນຂອງ IAEA ໃນການປະສານງານ ແລະ ມານະພະຍາຍາມຊຸກຍູ້ການນຳໃຊ້ພະລັງງານນິວຄະເລຍເພື່ອຈຸດໝາຍສັນຕິພາບ, ເພີ່ມທະວີຄວາມປອດໄພດ້ານນິວຄະເລຍ, ຕ້ານການແຜ່ຂະຫຍາຍ, ກ້າວໄປເຖິງການລົບລ້າງອາວຸດນິວຄະເລຍ ຢ່າງສິ້ນເຊິງ, ທ່ານເອກອັກຄະລັດຖະທູດ Nguyen Thiep ຫວັງວ່າ, ຫວຽດນາມ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງມີປະສິດທິຜົນ ແລະ ແທດຈິງຈາກ IAEA ເພື່ອປະຕິບັດໂຄງການໄຟຟ້ານິວຄະເລຍແຫ່ງຊາດຂອງຫວຽດນາມ, ພິເສດແມ່ນກ່ຽວກັບຄວາມໝັ້ນຄົງ, ແລະ ຄວາມປອດໄພດ້ານນິວຄະເລຍ ໃຫ້ເໝາະສົມກັບມາດຕະຖານ ແລະ ຄວາມຮຽກຮ້ອງຂອງສາກົນ.