ທ່ານ Jibrit Al Rajoub ແລະ ທ່ານ ຮ່ວາງບິ່ງກວນ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 10/11, ທີ່ສຳນັກງານສູນກາງພັກ, ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂະບວນການປົດປ່ອຍຊາດ ປາແລດສະຕີນ (Fatah) ໂດຍທ່ານ Jibrit Al Rajoub, ເລຂາທິການສູນກາງ Fatah, ນຳໜ້າພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງສະໜິດສະໜົມ.
ທ່ານ Jibrit Al Rajoub ຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ ແລະ ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ປາແລດສະຕີນ.
ທ່ານຮ່ວາງບິ່ງກວນ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນການຕໍ່ສູ້ເປັນທຳຂອງປະຊາຊົນ ປາແລດສະຕີນ ເພື່ອບັນດາສິດຊົນຊາດພື້ນຖານ, ສິດຕັດສິນດ້ວຍຕົນເອງ ແລະ ສິດສ້າງຕັ້ງລັດ ປາແລດສະຕີນ ເອກະລາດ, ທ່ານໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ ຫວຽດນາມ - ປາແລດສະຕີນ.
ກ່ອນໜ້ານັ້ນ, ທີ່ສຳນັກງານສູນກາງພັກ, ຄະນະຜູ້ແທນຂະບວນການ Fatah ໄດ້ດຳເນີນການເຈລະຈາກັບຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ເຈີ່ນດັກເລີ້ຍ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກເປັນຫົວໜ້າຄະນະ.