ອັດງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2013

ອັດງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2013 - ảnh 1
ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຫວຽດນາມ ປີ 2013
(ພາບ: vietnamtourism.com)


(vovworld) –  ວັນ​ທີ 21/04, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ເປັນ​ເວລາ 4 ວັນ, ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຫວຽດນາມ ປີ 2013 (VITM 2013) ​ໄດ້​ອັດ​ລົງ. ງານ​ຕະຫຼາດນັດ VITM 2013 ມີ​ຫົວ​ຂໍ້​ວ່າ “ຂຸດ​ຄົ້ນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດ​ງ - ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ວັດທະນະທຳ​ຫວຽດນາມ”, ​ອັນໄດ້​ປະກອບສ່ວນຕອບ​ສະໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2013 ເຂດ​ທົ່ງພຽງ​ແມ່​ນ້ຳ​ແດ​ງ - ຫາ​ຍຟ່ອງ. ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ VITM ຄັ້ງ​ນີ້​ນັ້ນ​ແມ່ນ ເປັນ​ຄັ້ງ​ທຳ​ອິດທີ່ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ຂາຍລາຍການ​ທ່ອງ​ທ່ຽວ​​ໂດຍ​ກົງໃຫ້​ແກ່​ແຂກ​ທ່ຽວ​ທ່ຽວ​ ​ແລະ ​ໄດ້​ຮັບ​ການສະໜັບສະໜູນ​ຢ່າງ​ຕັ້ງໜ້າ. ບັນດາ​ບໍລິ​ສັດ​ທ່ອງ​ທ່ຽວ​​ຂາຍ​ໄດ້​ກວ່າ 6.000 ລາຍການ​ທ່ອງ​ທ່ຽວ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ; ບັນດາ​ບໍລິສັດ​ການບິນຂາຍປີ້ດ້ວຍລາຄາ​ຖືກ ໄດ້ປະມານ 8.000 ປີ້. VITM ຈະ​ໄດ້​ຈັດ​ຕັ້ງ​ຂຶ້ນໃນ​ເດືອນ 4 ທຸໆ​ປີ​ຢູ່​ຮ່າ​ໂນ້ຍ, ອັນ​ໄດ້​ປະ​ກອບສ່ວນ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ທີ່​ໝັ້ນຄົງ, ​ເຂັ້ມ​ແຂງ​ໃຫ້​ແກ່​ການທ່ອງທ່ຽວ​ຫວຽດນາມ.

ຂ່າວ/ບົດ​ອື່ນ