(vovworld) - ທ່ານພົນເອກ ຟຸ່ງກວາງແທງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມອບຂອງຂັວນປີໃໝ່ 150 ພູດ ໃຫ້ບັດດາທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ພວມປິ່ນປົວຢູ່ສູນປິ່ນປົວບຳລຸງທະຫານເສຍອົງຄະ ເມືອງ ຢູຍຕຽນ ແລະ ເມືອງ ກິມບາງ, ແຂວງ ຮ່ານາມ ເມື່ອວັນທີ 28/1. ທີ່ການໂອ້ລົມກັບບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ທ່ານພົນເອກ ຟຸ່ງກວາງແທງ ເນັ້ນໜັກວ່າ: ປະເທດຊາດມີສັນຕິພາບ, ເສດຖະກິດ - ສັງຄົມ ໄດ້ຮັບການພັດທະນາຄືປະຈຸບັນ ສ່ວນໜຶ່ງແມ່ນຍ້ອນມີການປະກອບເຫື່ອແຮງ, ເລືອດເນື້ອຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ. ພັກ, ລັດ, ກອງທັບ ແລະ ປະຊາຊົນ ຍາມໃດກໍ່ຈົດຈຳການອຸທິສ່ວນຂອງພວກເພີ່ນ. ທ່ານພົນເອກ ຟຸ່ງກວາງແທງ ຫວັງວ່າ: ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍຍາມໃດກໍ່ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າຄວາມເຈັບປວດ, ດຳລົງຊີວິດຢ່າງແຂງແຮງ ແລະ ມີປະໂຫຍດ, ສືບຕໍ່ເສີມຂະຫຍາຍທາດແທ້ທະຫານລຸງໂຮ່ ແລະ ປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນທີ່ວ່າ “ທະຫານເສຍອົງຄະແຕ່ບໍ່ຂາດຄຸນປະໂຫຍດ”