ວັນທີ 27/12, ຄະນະປະຕິບັດງານທະຫານເຮືອເຂດ 4 ໄດ້ໄປຍັງເກາະ ນາມອຽດ ຊື່ງນອນຢູ່ໃຈກາງເຂດໝູ່ເກາະເຈືອງຊາ ເພື່ອມອບຂອງຂວັນບຸນປີໃໝ່ປະຈຳຊາດໃຫ້ແກ່ບັນດານັກຮົບພວມຕັ້ງທັບຢູ່ທີ່ນີ້. ຕ້ອນຮັບຄະນະປະຕິບັດງານ ແລະບັນດານັກຂ່າວມາຢ້ຽມຢາມ, ນັກຮົບ ຫງວຽນບາຟາດ, ຢູ່ແຂວງແຄງຮົວ ໄດ້ສະແດງໃຫ້ເຫັນຄວາມປິຕິຊົມຊື່ນຕໍ່ຄວາມເອົາໃຈໃສ່ ແລະອາລົມຈິດທີ່ຮັກແພງ ຂອງຄະນະ ທີ່ມີຕໍ່ນັກຮົບຢູ່ທີ່ນີ້: “ນ້ອງມິຄວາມຕື້ນຕັນໃຈທີ່ສຸດທີ່ໄດ້ພົບປະກັບບັນດາອ່າວອາ, ອ້າຍເອື້ອຍທີ່ມາຢ້ຽມຢາມ ແລະມອບຂອງຂວັນປີໃໝ່ປະຈຳຊາດໃຫ້ແກ່ອ້າຍນ້ອງນັກຮົບໃນເກາະນາມອຽດ ຊື່ງໄດ້ເຮັດໃຫ້ນ້ອງກໍ່ຄືອ້າຍນ້ອງໃນເກາະ ບັນເທົ່າຄວາມຄິດຮອດຄິດເຖິງຄອບຄົວໄດ້ສ່ວນໃດສ່ວນໜື່ງ. ຢູ່ທີ່ນີ້ ພວກນ້ອງກໍຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດຄືດັ່ງໃນເຂດດິນຕໍ່ແຜ່ນ”.